ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດນາມ​ມອບ​ນັກ​ໂທດ​ເສດຖະກິດ​ 3 ຄົນທີ່​ຫຼົບໜີ​ໃຫ້​ແກ່​ຈີນ
2016-07-25 14:18:32  cri 
ວັນ​ທີ 23 ​ແລະ​ວັນ​ທີ 24 ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຫວຽດນາມໄດ້​ມອບ​ນັກ​ໂທດ​ເສດຖະກິດ 3 ຄົນ​ທີ່​ຫຼົບ​ໜີຫຼັງ​ຖືກ​ຈັບ​ໄດ້​ຢູ່​ປະ​ເທ​ຕົນ​ມອບ​ໃຫ້​ແກ່​ໜ່ວຍ​ງານ​ຕຳຫຼວດ​ຈີນ​ຢູ່​ນະຄອນ​ຮ່າ​ໂນ້ຍ​ແລະ​ນະຄອນ​ໂຮ່ຈີ​ມິງ, ​ເຊິ່ງການ​ເຄື່ອນ​ໄຫວ "Fox Hunt" ​ໄດ້​ຮັບ​ຜົນງານ​ໃໝ່.

ທ່ານ​ຈ້າວ​ວ້າງ​ເຜີ​ງ, ທີ່​ປຶກສາ​ທູດ​ວຽກ​ງານ​ຕຳຫຼວດ​ຂອງ​ສະຖານທູດ​ຈີນ​ປະຈຳ​ຫວຽດນາມ​ກ່າວວ່າ, ພາຍຫຼັງ​ໄດ້​ຮັບ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​​ເຈົ້າ​ໜ້າ​ທີ່​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈີນ​ປະຈຳ​ຫວຽດນາມ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະ​ເທດ​ດັ່ງກ່າວ​ກໍໄດ້​ເອົາ​​ໃຈ​ໃສ່​​ສູງ, ​ແລະ​ໄດ້​ຈັດ​ວາງ​ແຜນການໃນ​ທັນທີ. ​ຜ່ານ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​​ພົບ​ແລະສາມາດ​ຈັບ​ນັກ​ໂທດ​ທີ່​ຫຼົບໜີ​ໃນ​​​ໄລຍະ​ສັ້ນໆ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈີນ​ແລະ​ຫວຽດນາມປະຕິບັດ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ​ຊອກ​ຈັບ​ນັກ​ໂທດ​ທີ່​ຫຼົບໜີ​ເລີ່​ມ​ແຕ່​ປີ 2014, ​ແລະຮອດ​ປັດຈຸບັນ​ສອງ​ຝ່າຍ​​ໄດ້​ປະສານ​ສົບ​ທົບ​ກັນ​ຈັບ​ແລະ​ມອບ​ນັກ​ໂທດ​ທີ່​ຫຼົບ​ໜີ​ໄດ້​ແລ້ວ 60 ກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ