ອາ​ຊຽນ​ສະໜັບສະໜູນ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​​ເຈລະຈາ​ສອງ​ຝ່າຍ​
2016-07-25 14:20:30  cri 
ວັນ​ທີ 24 ກໍລະກົດ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 49 ​ແລະ​ກອງ​ປະຊຸມ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ ສປປ ລາ​ວຢ່າງ​ເປັນ​ທາງ​ການ. ​ແລະ​ໃນວັນ​ທີ 25 ກໍລະກົດ​ນີ້​ຢູ່​ວຽງຈັນ, ​ເຈົ້າ​ໜ້າ​ທີ່​ຈີນຂອງ​ຄະນະ​ຜູ້​ແທນ​ຈີນ​ທີ່​ບໍ່ປະສົງ​ອອກ​ນາມ​ທ່ານ​ໜຶ່ງກ່າວ​ຕໍ່​ນັກ​ຂ່າວ​ວ່າ, ປະ​ເທດ​ອາ​ຊຽນທີ່​ຮັກສາຍຸດຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ບັນຫາ​ທະ​ເລ​ຈີນ​​ໃຕ້​ນັ້ນ​ນັບ​ມື້​ມີ​ຫຼາຍ​ຂຶ້ນ, ​ໂດຍສະໜັບສະໜູນ​ໃຫ້​ສອງ​ຝ່າຍ​​ແກ້​ໄຂ​ຄວາມ​ຂັດ​​ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ​ສອງ​ຝ່າຍ.

​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ກ່າວ​ວ່າ, ຄວາມ​ປາ​ຖະໜາ​​ຂອງ​ອາ​ຊຽນ​ແລະ​ສະມາຊິກ​ປະ​ເທດ​ອາ​ຊຽນ​ບໍ່​ຢາກ​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ກະທົບ​ເຖິງ​ສາຍ​ພົວພັນຮ່ວມມື​ມິດ​ຕະພາບລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ທັງ​ບໍ່​ຄວນ​ໃຫ້​ຄະ​ຕີ​ຕັດສິນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ທີ່​ຟີ​ລິບ​ປີນ​ສະ​ເໜີ​ແຕ່​ຝ່າຍ​ດຽວ​ສ້າງ​ຜົນ​ກະ​ທົບ​ ຕໍ່​ການ​ຂະຫຍາຍຕົວ​ຂອງສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ.

ສຳລັບ​ສື່​ມວນ​ຊົນ​ຈຳນວນ​ໜຶ່ງ​ມີ​ເຈດຕະນາ​ເອົາ​ຄະດີ​ຕັດສິນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ກາຍ​ເປັນ "ຈຸດ​ສຸມ" ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ​ເຈົ້າ​ໜ້າ​ທີ່​ດັ່ງກ່າວ​ກ່າ​ວວ່າ, ຄວາມ​ຈິງ​ແລ້ວ​ບໍ່​ແມ່ນບັນຫາ​ນີ້, ​ເຊິ່ງຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ແມ່ນ​ການ​ຮ່ວມ​ມືຄື "ສຸມ​ໃສ່​ການ​ຮ່ວມ​ມື, ການ​ພັດທະນາ, ຫາກ​ບໍ່​​ແມ່ນ​ສຸມ​ໃສ່ບັນຫາ​ທະ​ເລ​ຈີນ​​ໃຕ້​ແລະ​ຄະດີ​ຕັດສິນ​ທີ່​ຟີ​ລິບ​ປີນ​ສະ​ເໜີ​ແຕ່​ຝ່າຍ​ດຽວ​ຫຼື​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ຈີນ​ກັບ​ຟີ​ລິບ​ປີນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ