ທະນາຍຄວາມ​ອາ​ເມ​ລິ​ກາ​ກ່າວ​ວ່າ: ອາ​ເມ​ລິ​ກາ​ບໍ່​ມີ​ສິດ​ສັ່ງສອນ​ປະ​ເທດ​ອື່ນ​ກ່ຽວ​ກັບ​ບັນຫາ​ກົດໝາຍ​ສາກົນ
2016-07-25 15:37:11  cri 
ຫວ່າງ​ມໍ່ໆ​ມາ​ນີ້​ໃນ​​ໂອກາດໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ບຣຸສ ​ເຟັນ, ທະນາຍຄວາມ​ກົດ ໝາຍ​ສາກົນອາ​ເມ​ລິ​ກາ​ທີ່ີມີ​ຊື່​ສຽງ​ກ່າວ​ວ່າ, ອາ​ເມ​ລິ​ກາ​ໄດ້​ປະຕິບັດ​ສອງ​ມາດຕະຖານ​ໃນ​ວຽກ​ງານ​ສາກົນ​ແລະ​ບໍ່​ມີ​ສິດ​​ສັ່ງສອນ​ປະ​ເທດ​ອື່ນໆ​ກ່ຽວ​ກັບ​ບັນຫາ​ກົດໝາຍ​ສາກົນ.

ພາຍຫຼັງສານອະນຸຍາ​ໂຕ​ຕຸລາການປະກາດ​ຜົນ​ການ​ຕັດສິນ​, ອາ​ເມ​ລິ​ກາກໍ​ອອກ​ມາ​ກ່າວ​ວ່າ​ຜົນ​ການ​ຕັດສິນ​ມີ​ສິດ​ບັງຄັບ​ໃຊ້​ທາງ​ກົດໝາຍ, ຫວັງ​ໃຫ້​ຈີນ​ແລະ​ຟີ​ລິບ​ປີນ​ປະຕິບັດ​ຕາມ. "​ອາ​ເມ​ລິ​ກາ​ເອງ​ບໍ່​​ໄດ້​ລົງ​ນາມ​ໃນ 'ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລຂອງ​ອົງການ​ສະຫະ​ປະຊາ​ຊາດ', ມີ​ສິດ​ຫຍັງ​​ໄປ​ສັ່ງສອນ​ຕໍ່​ປະ​ເທດ​ອື່ນ." ທ່ານ​ເຟັນ​ກ່າວ​ວ່າ, "​ ​​ໃຜ​ມອບ​ສິດທີ່ຊົງ​ອິດ​ທິພົນ​ໃນຄວາມ​ເປັນ​ທຳ​ໃຫ້​ແກ່​ອາ​ເມ​ລິ​ກາ, ​ແຕ່​ໂຕ​ເອງ​ພັດ​ເປັນ​ຜູ້​ປະຕິບັດ​ກົດໝາຍ​ຢູ່​ທະ​ເລ​ທີ່​ໄກ​ຈາກ​ຕົນ​ຫຼາຍ​ພັນ​ກິ​ໂລ​ແມັດ."

ທ່ານ​ເຟັນຢືນຢັນ​ວ່າ, ນອກຈາກສານອະນຸຍາ​ໂຕ​ຕຸລາການ​ບໍ່​​ແມ່ນ​ອົງການ​ຈັດ​ຕັ້ງ​ຖາວອນ, ​ແລ້ວຜູ້​ຕັດສິນ​ກໍ​ເປັນ​ພຽງ​ແຕ່ຕົກລົງ​ເປັນການ​ຊົ່ວຄາວອີກ​ແລະການຮັບ​ຟັງ​ຄວາມ​ເວົ້າ​ແຕ່​ຝ່າຍ​ດຽວ​ຂອງ​ຟີ​ລິບ​ປີນ, ​ຈຶ່ງເຮັດ​​ໃຫ້​ຂະ​ບວນການ​ຕັດສິນ​ດັ່ງກ່າວ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ