ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ແລະ​ອາ​ຊຽນອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້"ຢ່າງ​ຮອບດ້ານ​ແລະ​​ເປັນຜົນ
2016-07-25 16:58:07  cri 
ຕາມ​ຂ່າວ CRI: ວັນ​ທີ 25 ກໍລະກົດ​ນີ້, ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-ອາ​ຊຽນ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ ສປປ ລາວ, ​ໄດ້​ອອກຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​​ເປັນ​ຜົນ.

ຖະ​ແຫຼ​ງການ​ຮ່ວມ​ລະບຸ​ວ່າ, ພວກ​ເຮົາ​ໄດ້​ເຫັນ​ວ່າການ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນກໍ​ຄື​ຂອງ​ປະຊາ​ຄົມ​ໂລກ; ​ເຊິ່ງ"ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ​ທີ່​ລົງ​ນາມ​ໃນ​ປີ 2002 ​ມີ​ຄວາມ​ໝາຍ​ດ້ານຫຼັກ​ໝາຍ​ທາງ, ​ໄດ້​ສະ​ແດງ​ໃຫ້​ເຫັນຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​ຝ່າຍ​ທີ່​ຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ຄວາມ​ໝັ້ນ​ໃຈກັນ​ໂດຍ​ອີງ​ຕາມ "ກົດ​ບັດຂອງ​ອົງການ​ສະຫະ​ປະຊາ​ຊາດ" ​ແລະຫຼັກການ​ກົດໝາຍ​ສາກົນ​ເຊິ່ງລວມທັງ "ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ອົງການ​ສະຫະ​ປະຊາ​ຊາດ" ທີ່​ລົງ​ນາມ​ໃນ​ປີ 1982; ຖະ​ແຫຼ​ງການ​​ເນັ້ນວ່າ  "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ; ​ທັງໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປະຕິບັດ​ຕາມ  "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​​ເປັນຜົນ, ​ພະຍາຍາມ​ຊຸກຍູ້​​ເພື່ອບັນລຸ "ກົດ​ແຫ່ງການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ໂດຍ​ໄວ​ບົນ​ພື້ນຖານ​ປຶກສາ​ຫາ​ລືບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​, ​ໃນ​ໂອກາດ​ຫວນ​ຄືນ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງ​ທີ 15 ທີ່​ຈັດ​ຂຶ້ນ​ໃນ​ປີ 2012 ກ່ຽວ​ກັບ​ການ​ລະ​ລຶກ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ​ຄົບຮອບ 10 ປີ, ຂໍ​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ​ລຸ່ມນີ້:

ໜຶ່ງ,ບັນດາ​ຝ່າຍ​​ຢ້ຳຄວາມ​ເຄົາ​ລົບ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາກ່ຽວ​ກັບ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ​ບິນ​ຜ່ານ​ທະ​ເລ​ຈີນ​ໃຕ້​ທີ່​ກຳນົດ​ໂດຍ​ຫຼັກການ​ກົດໝາຍ​ສາກົນ​ຊຶ່ງ​ລວມທັງ "ສັນຍາ​ວ່າ​ດ້ວຍ​ກົດໝາຍ​ທາງ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ" ປີ 1982.

ສອງ, ຝ່າຍ​ຕ່າງໆ​ທີ່ກ່ຽວຂ້ອງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ອີງ​ຕາມ​ຫຼັກການ​ກົດໝາຍ​ສາກົນ​​ຮັບ​ການ​ອະນຸມັດ​​ໃນ​ທາງ​ສາກົນ ​ເຊິ່ງລວມທັງ "ສັນຍາ​ວ່າ​ດ້ວຍ​ກົດໝາ​ຍທາງ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ" ປີ 1982 ​ໃຫ້​ປະ​ເທດ​ອະທິປະ​ໄຕ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ປຶກສາ​ຫາລື​ແລະ​ເຈລະຈາ​ຢ່າງ​ມີ​ມິດ​ໄມຕີແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ານ​ດິນ​ແດນ​ແລະ​ສິດ​ຄຸ້ມ​ຄອງ​ດ້ວຍ​ສັນຕິ​ວິທີ​,ຫາກ​ບໍ່​ແມ່ນ​ໃ​ຊ້ກຳລັງ​ອາວຸດ​ຫຼື​ຂົ່ມຂູ່​ໃຊ້​ກຳລັງ​ອາວຸດ.

ສາມ,ຝ່າຍ​ຕ່າງໆ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້,ຈະ​ບໍ່​ໃຊ້​ການ​ກະທຳ​ທີ່​ຈະ​​ເຮັດ​ໃຫ້​ຄວາມ​ຂັດ​ແຍ້​ງກັນ​ສັບສົນ​ຂຶ້ນ,​ຂະຫຍາຍ​ເປັນ​ວົງ​ກວ້າງ​ແລະ​​ເປັນ​ການກະທົບ​ຕໍ່ສັນຕິພາບ​ແລະ​ສະຖຽນ​ລະ​ພາບ ລວມທັງ​ຈະ​ບໍ່​ໃຫ້​ມີ​ກໍລະນີການ​ອາ​ໄສ​ຢູ່​ເກາະ,​ຫີນ​ໂສ​ໂຄກ,ຫາດ​ຊາຍທະ​ເລ​ຫຼື​​ໂຄງ​ປະກອບ​ທຳ​ມະ​ຊາດ​ອື່ນໆ​ທີ່​ບໍ່​ມີ​ຄົນ​ອາ​ໄສ​ໃນ​ປັດຈຸບັນ ພ້ອມ​ທັງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ວິທີ​ທີ່​ສ້າງສັນ.

ສີ່, ຝ່າຍ​ຕ່າງໆ​ສາມາດ​ຄົ້ນຄວ້າ​ປຶກສາ​ຫາລື​ຫຼື​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົ​ງ​ເຂດ​ເຊັ່ນ: ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ເຮືອ, ການ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ,ການ​ຄົ້ນຄວ້າ​ວິທະຍາສາດ​ທາງ​ທະ​ເລ,ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ກໍ​ຄື​ການ​ໂຈມ​ຕີ​ການກໍ່​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ທາງ​ທະ​ເລ​ເປັນ​ຕົ້ນ.

ຫ້າ,ຝ່າຍ​ຕ່າງໆ​ສົ່ງ​ເສີມ​ໃຫ້​ປະ​ເທດ​ອື່ນ​ເຄົາລົບ​ຫຼັກການ​ຂອງ​ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້.

ຫົກ, ຝ່າຍ​ຕ່າງໆ​ທີ່ກ່ຽວຂ້ອງຢ້ຳຈະສ້າງ "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້"​ເພື່ອຊຸກຍູ້​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນນີ້​ຕື່ມ​ອີກ ພ້ອມ​ທັງ​ເຫັນ​ດີ​ບົນ​ພື້ນຖານການ​ປຶກສາ​ຫາລື​ແລະ​ຄວາມ​ເປັນ​ເອກະ​ພາບ​ຮ່ວມ​ຈາກ​ບັນດາ​ຝ່າຍ ພະຍາ​ຍາມ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ​ໃນ​ສຸດ​ທ້າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ