ຄະນະ​ກຳມະການ​ໂອ​​ລິມປິກສາກົນຕົກລົງ​ໃຫ້ຣັດ​ເຊຍ​ເຂົ້າ​ຮ່ວມກິລາໂອລິມປິກ​ຣີ​ໂອ​
2016-07-25 11:17:16  cri 
  ຕາມ​ຂ່າວ CRI: ພາຍຫຼັງ​ປຶກ​ສາ​ຫາລືຢ່າງສຸກເສີນ, ຄະນະ​ກຳມະການ​ໂອ​​​​ລິມປິກສາກົນທີ່ມີ​ສຳນັກ​ງານ​ໃຫຍ່​ຢູ່​ນະຄອນໂລ​ຊານປະ​ເທດ​ສ​ວິສ​ໄດ້​ຕົກລົງ​ໃນ​ວັນ​ທີ 24 ກໍລະກົດ​ນີ້​ໂດຍ​ອະນຸມັດ​ໃຫ້ຣັດ​ເຊຍ​ເຂົ້າຮ່ວມກິລາໂອລິມປິກ​ຣີ​ໂອ​ເດີ​ຈາ​ເນ​ໂຣ​ໃນ​ປີ​ນີ້; ​ແນວ​ໃດ​ກໍ​ດີ, ນັກ​ກິລາຣັດ​ເຊຍຕ້ອງບັນລຸຕາມ​​ເງື່ອນ​ໄຂກວດກາ​ແລ້ວ​ຈຶ່ງ​ຈະໄດ້​ຮັບ​ສິດ​ເຂົ້າ​ຮ່ວມ​​ແຂ່ງຂັນ. ຈາກນີີ້ຣັດ​ເຊຍ​ທີ່ປະສົບບັນຫານັກກິລາທມີສານ​ກະ​ຕຸ້ນ​​ແລະ​ເກືອບຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ​ແຂ່ງຂັນ​ນັ້ນ, ສາມາດສົ່ງ​​​ທີ​ມນັກ​ກິລາ​​ເຂົ້າຮ່ວມກິລາໂອລິມປິກ​ຣີ​ໂອ​ເດີ​ຈາ​ເນ​ໂຣທີ່​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 5 ສິງ​ຫາ​ໜ້າ​ນີ້.

  ຂະນະ​ທີ່ຄະນະ​ກຳມະການ​ໂອ​​ລິມປິກສາກົນກ່າວ​ຢ້ຳວ່າ, ມາດ​ຕະການ​ຫ້າມຊົ່ວຄາວ​ຕໍ່ຣັດ​ເຊຍທີ່​ປະກາດ​ເມື່ອ​ວັນ​ທີ 19 ກໍລະກົດ​ນີ້​ຍັງຄົງ​ມີ​ຜົນ​ສັກສິດ. ນອກ​ນີ້, ພາຍຫຼັງຄະນະ​ກຳມະການ​ກວດກາ​ຂອງຕົນແລະ​ອົງການ​ຕ້ານສານ​ກະ​ຕຸ້ນ​​ສາກົນ​ເຮັດ​ບົດ​ລາຍ​ງານ​ສືບສວນສະບັບ​ສຸຸດທ້າຍ​ແລ້ວກໍ​ຈະພິຈາ​ລະ​ນາ​ນຳ​ໃຊ້​ມາດ​ຕະການ​ຫ້າມ​ອື່ນໆຕໍ່ຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ