ລັດຖະມົນຕີ​ການ​ຕ່າງປະ​ເທ​ດຈີ​ນ-ລາວ​ພົບ​ປະກັນ
2016-07-25 18:56:13  cri 

  ຕອນ​ຄ່ຳ​ວັນ​ທີ 24 ກໍລະກົດ​ນີ້ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ພົບ​ປະ​ກັບ​ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ.

  ໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກ່າວ​ວ່າ, ລາວ​ແລະ​ຈີນ​ເປັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ​ໂດຍ​ລາວ​ຍິນ​ດີຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຈີນ​ກໍ​ຄື​ສາຍ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ໃຫ້​ໄດ້ຮັບການ​ພັດທະນາກ້າວ​​ໜ້າ. ຂະນະ​ທີ່​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ສະຖຽນ​ລະ​ພາບ​ໃນ​ອາ​ຊຽນ​ແລະ​ພາກພື້ນ​ແລ້ວ​​ເຊິ່ງ​ປະ​ເທດ​ສະມາຊິກ​ໃນ​ອາ​ຊຽນບໍ່ຕ້ອງການ​ໃຫ້​ສະຖານະ​ການ​ເຄັ່ງ​ຕຶງ​ຂຶ້ນ. ​ແນວ​ໃດ​ກໍ​ດີ, ລາວ​ໃນ​ຖານະ​ເປັນ​ປະທານ​ອາ​ຊຽນ, ຍິນ​ດີ​ປະສານງານກັບ​ຝ່າຍ​ຕ່າງໆ, ​ຮັກສາ​ຄວາມ​ສາມັກ​ຄີ​​ໃນ​ອາ​ຊຽ​ນ​ແລະ​​ພາບ​ລວມ​ແຫ່ງ​ສາຍ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ.

  ທ່ານ ຫວາງ​ຢີ້ ກ່າວ​ວ່າ, ລາວ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ສະໜິດ​ແໜ້ນແລະຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ຈີນ. ນັບ​ແຕ່​ລາວ​ໄດ້​ຮັບ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນ​ເປັນ​ຕົ້ນ​ມາ, ສາຍ​ພົວພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຕື່ມ​ອີກ​ໂດຍ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ລາວ​ທີ່​ຍຶດໝັ້ນ​ຈຸດ​ຢືນ​ທີ່​ຍຸຕິ​ທຳແລະ​ພາວະ​ວິ​ໄສ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້. ພາຍຫຼັງ​ສານອະນຸຍາ​ໂຕ​ຕຸລາການຊົ່ວຄາວ​ປະກາດ​ຄຳ​ຕັດສິນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ມີ​ຫຼາຍ​ປະ​ເທດ​ໄດ້ເຂົ້າ​ໃຈ​ແລະ​ສະໜັບສະໜູນຈຸດ​ຢືນ​ຂອງ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ, ຂະນະດຽວ​ກັນ, ​ຫາງສຽງທີ່​ສົງ​ໄສ​ຄວາມ​ຊອບ​ທຳ​ດ້ວຍ​ກົດໝາຍ​ຂອງ​ຜົນ​ການ​ຕັດສິນ​ດັ່ງກ່າວ​ກໍ​ນັບ​ມື້​ຫຼາຍ​ຂຶ້ນ​ໂດຍ​ຫຼາຍປະ​ເທດ​ສະມາ​ຊິກ​ໃນ​ອາ​ຊຽນ​ເຫັນ​ວ່າ, ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ-ອາ​ຊຽນ​ເຊິ່ງບໍ່​ຄວນກະທົບຕໍ່​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ​ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ສະໜັບສະໜູນ​ລາວ​ໃນ​ຖານະ​ເປັນ​ປະທານກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ອາ​ຊຽນ​ແລະ​ກອງ​ປະຊຸມຕ່າງໆ​​ໂດຍ​ການປະສານ​ງານ​ກັບ​ຝ່າຍ​ຕ່າງ​ໆ ສຸມ​ໃສ່​ການ​ຮ່ວມ​ມື​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ເທື່ອ​ນີ້​ປະສົບ​ຜົນສຳ​​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ