ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການປະ​ເທດ​ອາ​ຊຽນບວກ 3
2016-07-26 16:57:11  cri 

ຕາມ​ຂ່າວ CRI: ວັນ​ທີ 26 ກໍລະກົດ​ນີ້ຢູ່​ນະຄອນຫຼວງ​ວຽງ​ຈັນ​ ​ ສປປ ລາວ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ແລະ​ຈີນ ຍີ່ປຸ່ນ​ແລະ​ສ ​ເກົາຫຼີຫຼື 10+3.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະ ​ສ ​ເກົາຫຼີ​ໄດ້​ກາຍ​ເປັນ​ກົນ​ໄກ​ໜຶ່ງ​ຂອງການ​ຮ່ວມ​ມື​​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກທີ່​ສຸກ​ງອມ​ທີ່​ສຸດ, ມີ​ຖານະ​ສຳຄັນ​​ໃນ​ອາຊີ​ກໍ​ຄື​ເສດຖະກິດ​ແລະ​ການ​ເມືອງ​ຂອງ​ໂລກ. ພາຍ​ໃຕ້​ສະຖານະ​ການ​ສາກົນ​ໃນ​ປັດຈຸບັນ, ການຮັກສາ​ທ່ວງທ່າ​ພັດທະນາ​ແລະ​ການ​ຮ່ວມ​ມື​ຂອງ​ອາຊີ​ຕາ​ເວັນ​ອອກ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ. ​ເຊິ່ງຝ່າຍ​ຕ່າງໆ​ຄວນ​ຍຶດໝັ້ນ​​ເສັ້ນທາງ​ເຊື່ອມ​ໂຍງ​ພາກ​ພື້ນເຂົ້າກັນ, ທັງ​ເອົາ​ໃຈ​ໃສ່​ຕໍ່ຄວາມ​ສະບາຍ​ໃຈ​ຂອງ​ຝ່າຍ​ຕ່າງໆ, ຍຶດໝັ້ນ​ໃຫ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຝ່າຍ​ຕ່າງໆ, ຮັບປະກັນ​ໃຫ້ການ​ກໍ່ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ໄປ​ຕາມ​ເສັ້ນທາງ​ຢ່າງ​ປອດ​​ໃສ, ໝັ້ນ​ທ່ຽງ​ແລະ​ແບບ​ຍືນ​ຍົງ​ແຕ່​ຕົ້ນ​ຕະຫຼອດ​ປາຍ.

ແນວ​ໃດ​ກໍ​ດີ, ທ່ານ​ຫວາ​ງຢີ້​ເຫັນ​ວ່າ, ປັດຈຸບັນ​ຄວນ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ 10+3ກັບ​ກົນ​ໄກ​ຮ່ວມ​ມື​ຂອງ​ພາກ​ພື້ນ​ອື່ນໆ​ໃຫ້​ດີ, ​​ລວມທັງ​ການແກ້​ໄຂ​ການ​ພົວພັນ​ສະ​ເພາະ 10 ກັບ 3 ​ໃຫ້​ດີ, ການ​ຮ່ວມ​ມື​ 10+3 ຄວນ​ຍຶດໝັ້ນ​ອາ​ຊຽນ​ເປັນ​ແກນ​ນຳ, ສະໜັບສະໜູນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ແກ້​ໄຂ​ການ​ພົວພັນ​ລະ​ຫວ່າງ​ອັນ​​ເກົ່າ​ທີ່​ມີ​ທ່າ​ແຮງ​ກັບອັນ​ໃໝ່​ໃຫ້​ດີ.

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ຕໍ່​ໄປ, ອາ​ຊຽນ +3 ຄວນ​ສຸມ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມືຄວາມ​ປອດ​ໄພດ້ານ​ການ​ເງິນ, ລົງ​ເລິກການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງທຶນ, ຊຸກຍູ້​ການ​ຮ່ວມ​ມື​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຈາກ​ການ​ຜະລິດ​ກະສິກຳ, ຊຸກຍູ້​ການ​ກໍ່ສ້າ​ງ​ການ​ເຊື່ອມ​ຈອດ​ກັນ, ສຸມ​ໃສ່​ຮ່ວມ​ມື​​ເພື່ອ​ຍົກ​ສູງຄວາມ​ສາມາດ​ການ​ຜະລິດ​ຂອງສາກົນ ​ແລະ ເພີ່ມ​ທະວີການ​ແລກປ່ຽນ​ ​ວັດທະນະທຳ-ສັງຄົມ.


ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນລ້ວນ​ແຕ່​ໄດ້​ຕັ້ງໜ້າ​ຕີ​ລາຄາ​ຕໍ່​ຜົນສຳ​ເລັດ​​ຂອງ​ກາ​ນຮ່ວມ​ມື 10+3, ຢືນຢັນຄວາມ​ສຳຄັນ​ຂອງ​ກົນ​ໄກ 10+3 ​ໃນ​ການ​ຊຸກຍູ້​ຂະ​ບວນການ​​ເຊື່ອມ​ໂຍງ​ອາຊີ​ຕາ​ເວັນ​ອອກ​ເຂົ້າກັນ. ​ແນວ​ໃດ​ກໍ​ດີ, ຫວັງ​ວ່າ​ຈີນ,ຍີ່ປຸ່ນ​ແລະ ສ.​ເກົາຫຼີ ຈະສືບ​ຕໍ່​ເພີ່ມພະລັງ​​ແຮງໃຫ້ຫຼາຍ​ກວ່າ​ເກົ່າ, ​ແບ່ງປັນບົດຮຽນນຳ​ກັນ,ຊ່ວຍ​ບັນດາ​ປະ​ເທດ​ອາ​ຊຽນຫຼຸດ​ຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດທະນາ ​ແລະ ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ. ຂະນະ​ດຽວ​ກັນ​ກໍຫວັງ​ວ່າ​ກອງ​ປະຊຸມ​ຜູ້ນຳ 10+3 ທີ່​ວຽງ​ຈັນ​​ໃນ​ເດືອນ​ກັນຍາ​ປີ​ນີ້​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ແທ້​ຈິງ​ຫຼາຍ​ກວ່າ​ເກົ່າ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເປັນ​ຕົ້ນ​ເສດຖະກິດ, ວັດທະນະທຳ,ການ​ສຶກສາ​ແລະ​ອື່ນໆ​ຕື່ມ​ອີກ ​ເພື່ອ​ຮັບ​ມື​ກັບ​ໄພຄຸກ​ຄາມ​ຄວາມ​ໝັ້ນຄົງ​ແບບ​ໃໝ່​ເຊັ່ນ​ລັດທິ​ກໍ່​ການ​ຮ້າຍ​ເປັນ​ຕົ້ນຢ່າງ​ມີ​ປະສິດທິ​ຜົນ. ລັດຖະມົນຕີ​ຕ່າງປະ​ເທດ​ຍີ່​ປຸ່ນ, ສ.​ເກົາຫຼີ​ ລ້ວນ​ແຕ່​ກ່າວ​ວ່າ​ຈະ​ສະໜັບສະໜູນ​ການ​ສ້າງ​ປະຊາ​ຄົມ​​ອາ​ຊຽນ,ກໍ​ຄືຖານະ​ເປັນ​ແກນ​ນຳ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມືຂອງ​ພາກ​ພື້ນ ທັງຫວັງ​ວ່າ​ຈະບັນລຸການ​ພົບ​ປະ​ລະຫວ່າງຜູ້ນຳ​ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ ​ໃນ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ