ທ່ານ​ຫວາງ​ຢີ້​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ສະພາບ​ການ​ແລະຜົນ​ກອງປະຊຸມລັດຖະມົນຕີ​ຕ່າງປະ​ເທດ​ຕ່າງໆ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ
2016-07-27 16:26:20  cri 

ວັນ​ທີ 26 ກໍລະກົດ​ນີ້ພາຍຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຕ່າງໆ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ​ຫວາງ​ຢີ້ ລັດ ຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ແຈ້ງສະພາບ​ການ​ແລະ​ໝາກຜົນ​ຂອງ​ກອງ​ປະຊຸມ​ຕໍ່​ສື່​ມວນ​ຊົນ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ​ຈາກຄວາມ​ພະຍາຍາມ​ຮ່ວມ​ກັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ໂດຍ​ສະ​ເພາະ​​ປະ​ເທດ​ໃນ​ອາ​ຊຽນ, ກອງ​ປະຊຸມ​ລັດຖະມົນຕີ​ຕ່າ​ງປະ​ເທດ​ຕ່າງໆ​ໄດ້​​ຮັກສາ​ບັນຍາກາດ​ແຫ່ງການ​ສົນທະນາ​ແລະ​ຮ່ວມ​ມື​ໂດຍ​ຕະຫຼອດ​, ກອງ​ປະຊຸມ​ເທື່ອ​ນີ້​ປະສົບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ.

ທ່ານ​ຫວາ​ງຢີ້ກ່າວຕື່ມ​ວ່າ, ຂ້າພະ​ເຈົ້າ​​ແລະ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງປະ​ເທດ​ອາ​ຊຽນ​ໄດ້​ທົບ​ຄວນ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຕະຫຼອດ 25 ປີ​​ຜ່ານ​ມາ, ​ທັງໄດ້​ຖອດ​ຖອນ​ບົດຮຽນ​ທີ່​ມີ​ຜົນ​ດີ, ຮ່ວມ​ກັນ​ອອກ​ແບບ​ແລະ​ວາງ​ແຜນ​​ອະນາຄົດ​ການ​ພັດທະນາ​ໃນ​ຕໍ່ໜ້າ. ຈີນ​ແລະ​ປະ​ເທດ​ອາ​ຊຽນລ້ວນ​ແຕ່​ເຫັນ​ດີ​ວ່າ​ເປົ້າ​ໝາຍສະ​ຄັນ​ຄື​ກັນ​ສ້າງ​ປະຊາ​ຄົມ​ຮ່ວມຊາຕາກຳ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ມາ​ຮອດ​ປັດຈຸບັນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ໄດ້​ມີ 2 ​ເສົາ​ຄ້ຳ​ທັງ​ໃນ​ຄວາມໝັ້ນຄົງ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ, ຂະນະ​ທີ່​ໃນ​ຕໍ່ໜ້າສອງ​ຝ່າຍ​ຈະ​ສ້າງ​ເສົາ​ຄ້ຳ​ທີ​ສາມຄື​ການ​ແລກປ່ຽນ​ວັດທະນະທຳ, ​ໂດຍ​ຜ່ານ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​​ໃຫ້ກວ້າງຂວາງ​ກວ່າ​ເກົ່າ, ​ເຮັດ​ໃຫ້​ພື້ນຖານຂອງ​ສັງຄົມມິດຕະພາບ​ຈີນ​ອາ​ຊຽນໝັ້ນ​ແກ່ນ​.

ທ່ານ ຫວາງ​ຢີ້ ກ່າວ​ວ່າ: ກ່ຽວກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ສື່​ມວນ​ຊົນ​ສົນ​ໃຈ​ໂດຍລວມໄປນັ້ນ, ບັນດາລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອາ​ຊຽນກ່າວ​ວ່າ: ອາ​ຊຽນ​ບໍ່​ເຂົ້າ​ຂ້າ​ງຝ່າຍ​ໃດໆ​ຕໍ່​ຄະດີ​ການ​ຕັດສິນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ທີ່​ຟີ​ລິບ​ປິນຍື່ນ​ຟ້ອງ​ທັງ​ບໍ່​ວິຈານ​ ແລະ​ ​ເຫັນ​ວ່ານີ້​ແມ່ນ​ບັນຫາ​ລະຫວ່າງ​ຟີ​ລິບ​ປິນ​ແລະຈີນ.

ກ່ຽວ​ກັບ​ເລື່ອງ​ນີ້, ຈີນ​ກັບປະ​ເທດ​​ໃນອາ​ຊຽນໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມສະ​ເພາະ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງ​ຮອບດ້ານ​ແລະ​ມີປະສິດທິ​ຜົນ. ບົນ​ພື້ນຖານ​ແລະ​ທິດ​ທາງ​ຮ່ວມ​ກັນ​ດັ່ງກ່າວ, ຂະນະ​ທີ່ຈີນ​ເນັ້ນ​​ປົກປັກ​ຮັກສາ​ອະທິ​ປະ​ໄຕ​ເໜືອ​ດິນ​ແດນ​ຂອງ​ຕົນ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນນັ້ນ ຈະ​ຮ່ວມ​ກັບ​ອາ​ຊຽນຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ໃຫ້​ດີ, ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ້​ງກັນ​​ໃນ​ບັນຫາ​ທີ່ກ່ຽວຂ້ອງ, ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ.

ທ່ານ ຫວາງ​ຢີ້ ກ່າວ​ຕື່ມ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຄັ້ງ​ນີ້​ໂດຍ​ສະ​ເພາະ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຈີນ-ອາ​ຊຽນຫຼື 10+1 ​ໄດ້​ສ້າງ​ພື້ນຖານ​ທີ່​ດີ​​ໃນ​ການ​ກະກຽມໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ລະນຶກ​ການ​ສ້າງສາຍພົວພັນ​ຄູ່​ເຈລະຈາລະຫວ່າງ​ຈີນ-ອາ​ຊຽນຄົບຮອບ 25 ປີທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ​ນີ້​. ເຊື່ອ​ວ່າ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ ​ຈະປະສົບຜົນສຳ​ເລັດ​ຢ່າງ​ຈົບງາມ ​​ ​ແລະ ສ້າງ​ອະນາຄົດ​ທີ່​ດີງາມ​ຕໍ່ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ