ການສະ​ແດງມໍລະດົກທາງ​ດ້ານ​ວັດທະນະທຳ​ທີ່​ບໍ່​​ເປັນວັດຖຸ​ຂອງກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຢີ​ລຽງ​ຊ່ານຈີນ
2016-07-27 16:54:59  cri 


ຫວ່າງ​ມໍ່ໆ​ມາ​ນີ້, ການວາງສະ​ແດງ​ມໍລະດົກ​ທາງ​ດ້ານວັດທະນະທຳ​ທີ່​ບໍ່​​ເປັນວັດຖຸ​ຂອງ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ຢີລຽງ​ຊ່ານ ສປ ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ​ທວນ​ໄຟ​ເມືອງ​ຊີ່​ຊ່າງ​​ກິ່ງ​​ແຂວງ​ດັ່ງກ່າວ ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ກິດຈະກຳ​ຄົບ​ຊຸດ​ຂອງ​ວັນ​ທ່ອງ​ທ່ຽວ​ວັດທະນະທຳ​ສາກົນ​ເສ​ສວນ 2016. ​ໃນ​ການວາງສະ​ແດງ, ຜູ້​ສືບ​ທອດ​ທີ່​ເປັນ​ຕົວ​ແທນ​ຂອງ​ໂຄງການ​ມໍລະດົກທາງ​ດ້ານ​ວັດທະນະທຳ​ທີ່​ບໍ່​ເປັນ​ວັດຖຸ​ລະດັບ​ຊາ​ດ​ແລະ​ແຂວງ​ຂອງ​ກິ່ງ​ແຂວງ​ລຽງຊ່ານ​ໄດ້​ສະ​ແດງ​​ສີມື​ການ​ຜະລິດ​ເຄື່ອງນຸ່ງ​ເຜົ່າ​ຢີ​ແລະ​ອື່ນໆ. ມໍ​ລະ​ດົກທາງ​ດ້ານ​ວັດທະນະທຳ​ທີ່​ບໍ່​​ເປັນ​ວັດຖຸ​ທີ່​ມີ​ສະ​ເໜ່ພິ​ເສດ​ແລະຫຼາຍ​ສີສັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​​ເປັນ​ຈຳນວນຫຼາຍ.
1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ