ຜົນສຳເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49
2016-07-27 16:25:54  cri 
  ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ໄດ້ບັນລຸຫຼາຍບັນຫາຕອນແລງວັນທີ 26 ກໍລະກົດນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງທີ່ ສປປ ລາວເປັນເຈົ້າພາບ ເຊິ່ງເລີ່ມແຕ່ວັນທີ 22-26 ກໍລະກົດ 2016ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໄດ້ຖະແຫຼງວ່າ: ກອງປະຊຸມຄັ້ງນີ້, ໄດ້ບັນລຸຫຼາຍບັນຫາ ເຊັ່ນວ່າ: ບັນຫາດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພາຍນອກຢ່າງມີໝາກຜົນ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ພົບປະຄູ່ຮ່ວມຕໍາແໜ່ງ ແລະ ຄູ່ຮ່ວມເຈລະຈາ 10 ປະເທດ ໃນແຕ່ລະກອງປະຊຸມລັດຖະມົນຕີຕ່າງປະເທດກັບຄູ່ຮ່ວມເຈລະຈາບວກ ເຊັ່ນ: ອົດສະຕຣາລີ, ການາດາ, ສປ ຈີນ, ສະຫະພາບເອີລົບ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສາທາລະນະລັດເກົາຫຼີ, ສະຫະພັນລັດເຊຍ ແລະ ສະຫະລັດອາເມລິກາ. ນອກຈາກນັ້ນ, ຍັງໄດ້ທົບທວນຄວາມຄືບໜ້າຂອງການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ເຈລະຈາໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງໃນອະນາຄົດ ເພື່ອການຮັດແໜ້ນການຮ່ວມມືໃນຂະແໜງການ ການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນໃນຂົງເຂດນີ້.

  ກອງປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີພາກພື້ນອາຊຽນ ໄດ້ຮັບຮອງເອົາ 23 ກິດຈະກໍາ ແລະ 3 ຖະແຫຼງການ ສໍາລັບສົກປີ 2016-2017 ວ່າດ້ວຍການຮັດແໜ້ນການຮ່ວມມື ເພື່ອຄຸ້ມຄອງການເຄື່ອນໄຫວຂ້າມຊາຍແດນຂອງກຸ່ມອາຊະຍາກອນ. ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນຮ່ວມມືລະຫວ່າງບັນດາອົງກອນທີ່ຮັບຜິດຊອບການບັງຄັບໃຊ້ກົດໝາຍທາງທະເລ ແລະ ຖະແຫຼງການລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນກ່ຽວກັບການກໍ່ການຮ້າຍ ເພື່ອເຮັດໃຫ້ພາກພື້ນແລະ ອາຊຽນມີຄວາມເສຖຽນລະພາບຢ່າງໝັ້ນຄົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ