ອາ​ເມ​ລິ​ກາ​​ຟີ​ລິບ​ປີນ, ບໍ່​ສາມາດ​ຕົກລົງ​ກັນ​ຕໍ່​ບັນຫາ​ທະ​ເລ​ຈີນ​ໃຕ້
2016-07-28 17:01:09  cri 
ຕາມ​ຂ່າວ CRI: ວັນ​ທີ 26 ກໍລະກົດ​ນີ້, ທ່ານຈອນ ​ເຄຣີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເດີນທາງ​​​ເຖິງ​ຟີ​ບິ​ບປີນ, ​ເລີ່​ມການ​ຢ້ຽມຢາມ​​ເປັນ​ເວລາ 2 ວັນ​ແລະ​ດຳ​ເນີນ​ການ​ພົບ​ປະກັນ, ທ່ານ ໂຣດຣິ​ໂກ ດູ​ເຕັ​ກ​ເຕ ປະທານາທິບໍດີ​ປະ​ເທດ​ດັ່ງກ່າວ.

​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ພາຍຫຼັງ​ພົບປະ, ທ່ານ​ເຄຣີກ່າວ​ວ່າ, ຖ້າ​ເອົາ​​ໃຈ​ໃສ່​ແຕ່​ລາຍລະອຽດ​ຂອງ​ຜົນ​ການ​ຕັດສິນ, ຈະຫຍຸ້ງຍາກ​ຕໍ່​ການ​ເຈລະຈາ​​ແລະ​ບໍ່​ມີ​ປະສິດ​ທິຜົນ​ຫຍັງ, ​ແລະ​ການ​ເປັນ​ປໍ​ລະ​ປັກ​ກັນ​ບໍ່​ທໍ່​ການ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ. ​ເຊິ່ງປັດຈຸບັນ​ຝ່າຍ​ຕ່າງໆ​ຄວນ​​ເບິ່ງ​ໄປ​ຂ້າ​ງໜ້າ​.
​ຂະນະ​ທີ່​ໂຄສົກ​ປະທານ​າທິບໍດີ​ຟີ​ລິບ​ປີນ​ກໍ​ໄດ້​ແຈ້ງ​ສະພາບ​ການ​ພົບ​ປະດັ່ງກ່າວ​ໂດຍ​ເນັ້ນ​ວ່າ, ​ໃນ​ການ​ພົບ​ປະໄດ້ຍົກ​ຜົນ​ການ​ຕັດສິນ​ຄະດີ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ແຕ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ຕໍ່​ບັນຫາ​ດັ່ງກ່າວ.

ທ່າ​ນ​ເຄຣີ​ແມ່ນ​ເຈົ້າ​ໜ້າ​ທີ່​ການ​ທູດຂັ້ນສູງ​ສຸດ​ຂອງ​ອາ​ເມ​ລິ​ກາ​ທີ່​​ເດີນທາງ​ຢ້ຽມຢາມ​ຟີ​ລິບ​ປີນ​ພາຍຫຼັງ​ທ່ານໂຣດຣິ​ໂກ ດູ​ເຕັ​ກ​ເຕ ​ເປັນ​ປະທານາທິບໍດີ. ​​ໂດຍເຈົ້າ​ໜ້າ​ທີ່​ຂອງ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ປັບປຸງ​ສາຍ​ພົວພັນ​ປະ​ເທດ​ພັນທະ​ມິດ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ຟີ​ລິບ​ປີນ​​ໃຫ້ໝັ້ນ​ແກ່ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ