ທູດ​ທະຫານ​ຈີນ​ປະ​ຈໍາ​ຟິລິບ​ປິນຢໍ້າຄືນ​ຫຼັກ​ໝັ້ນ​ໃນ​ບັນຫາ​ທະ​ເລ​ຈີນ​​ໃຕ້
2016-07-28 17:01:00  cri 
  ໃນ​ຕອນ​ຄໍ່າ​​ວັນ​ທີ 27 ກໍ​ລະ​ກົດ​ນີ້, ​ໃນ​​​​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ຄົບ​ຮອບ 89 ປີ, ທ່າ​ນພັນ​ເອກ​ພິ​ເສດ ຫວາງ​ຊຽນຢູນ ທູດ​ທະ​ຫານ​ຈີນ​ປະ​ຈໍາ​​ຟິລິບ​ປິນ​ໄດ້​ຢໍ້າຄືນວ່າ, ປະ​ເທດ​ຈີນ​​ຈະ​ແກ້​​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ກາ​ນ​ເຈ​ລະ​ຈາ.

  ​ໃນ​ງານ​ລ້ຽງ​ທີ່​ຈັດ​ຂຶ້ນຢູ່ນະຄອນຫຼວງ​ມາ​ນິລາ, ທ່ານ​ພັນ​ເອກ​ພິ​ເສດ ຫວາງ​ຊຽນຢູນ ກ່າວ​ວ່າ: ປະ​ເທດ​ຈີນ​ສຸມ​ໃສ່​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ກໍ​ຄື​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ​ດ້ານ​ດິນ​ແດນ ​ແລະ ສິດຜົນ​ປະ​​ໂຫຍ​ດທາງ​ທະ​ເລ​ດ້ວຍ​ສັນຕິ​ວິທີ.​ ​ໃນ​ເວ​ລາ​ຍາວ​ນານມາ​ນີ້, ຈາກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ກັບ ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ສະພາບ​ລວມ​ຂອງທະ​ເລ​ຈີນ​ໃຕ້​ ​ມີ​ຄວາມ​ໝັ້ນທ່ຽງ​​. ການ​ເດີນ​ທະ​ເລ​​ເສລີ​ຢູ່​ທ​ະ​ເລ​ຈີນ​ໃຕ້​ບໍ່​​ຖື​ກກະ​ທົບ​ແຕ່​ຢ່າງ​ໃດ. ການແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ວຍ​ກາ​ນ​ເຈ​ລະ​ຈາສອງ​ຝ່າຍ​ແມ່ນ​ຄວາ​ມ​ເຫັນ​ທີ່​ເປັນເອກະ​ພາບ​ຂອງ​ຈີນ ​ກັບ ບັນ​ດາ​ປະ​ເທດ​​ໃນອາ​ຊຽນ.

  ທ່ານພັນ​ເອກ​ພິ​ເສດ ຫວາງ​ຊຽນຢູນກ່າວ​ຕື່ມ​ວ່າ: ​ເຊື່ອ​ໝັ້ນ​ວ່າ ຈີນ ​ແລະ ບັນ​ດາປະ​ເທດ​ໃນອາຊຽນມີ​ຄວາມ​ສາມາດປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້​ດ້ວຍການ​ຮ່ວມ​ມື. ສໍາລັບ​ປະ​ເທດ​ຢູ່ນອກ​ພາກ​ພື້ນ, ຄວນ​​ເສີມ​ຂະຫຍາຍ​ບົດບາດ​ສ້າງສັນ​​ໃນ​ກິດຈະການ​ດັ່ງກ່າວ ​ແລະ ພວກ​ຂ້າ​ພະ​ເຈົ້າ​ບໍ່​ອະນຸຍາດ​​​ໃຫ້​ມີເຫດການກໍ່ຄວາມ​ວຸ້ນວາຍ​ເກີດ​ຂຶ້ນຢູ່​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ