ຈີນ​ທວງ​ຍີ່ປຸ່ນ​ພິຈາລະນາຕົນ​ເອງ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ຖ້າ​ບໍ່​ດັ່ງນັ້ນ​ຈະ​ຖືກໂດດດ່ຽວ​ກວ່າ​ປັດຈຸບັນອີກ
2016-07-29 16:44:24  cri 
ວັນ​ທີ 28 ກໍລະກົດ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​​ໄດ້​ເອົາ​​ໃຈ​ໃສ່​ຕໍ່ການ​ລາຍ​ງານ​ຂອງ​ສື່​ມວນ​ຊົນ​ຍີ່ປຸ່ນ​ຈຳ​ນວນ​ໜຶ່ງທີ່​ຮຽກຮ້ອງ​ໃຫ້​ຈີນ​ຮັບ​​ເອົາ​ຜົນ​ການ​ຕັດສິນ​ຂອງສານອະນຸຍາ​ໂຕ​ຕຸລາການຊົ່ວຄາວ, ທັງ​ໄດ້​ເອົາ​ໃຈ​ໃສ່ຕໍ່​ການສະ​ແດງບາງ​ທ່າ​ທີ​ຂອງ​ລັດຖະບານ​ຍີ່ປຸ່ນ​ຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງ​ປະ​ເທດ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ.

ທ່ານ​ລູ້​ຄ່າງກ່າວ​ວ່າ, ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຕ່າງໆ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ແລະ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ເປັນ​ເອກະສັນ​ກັນເຫັນ​ດີ​​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ກັບ​ຄືນ​ສູ່​ເສັ້ນທາງ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ຜ່ານ​ການ​ເຈລະຈາ​ໂດຍ​ໄວ. ຂະນະ​ທີ່ປັດຈຸບັນ​ກໍມີ 80 ກວ່າ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ພກາ​ພື້ນ​ເຂົ້າ​ໃຈ​ແລະ​ສະໜັບສະໜູນ​ຕໍ່​ຫຼັກ​ໝັ້ນ​ຂອງ​ຈີນ, ​ແຕ່ກົງກັນຂ້າມ​ພັດມີ​ພຽງ​​ສອງ ສາມ​ປະ​ເທດ​ເທົ່າ​ນັ້ນທີ່​ຍັງ​ອ້າງ​ຜົນ​ການ​ຕັດສິນ​ມີ "ສິດ​ບັງ​ຄັບ​ໃຊ້​ທາງ​ກົດໝາຍ"​ແລະ "ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ".

ທ່ານ​ລູ້​ຄ່າງ​ກ່າວ​ທວງ​ໃຫ້​ຍີ່ປຸ່ນ​ຈົ່ງ​ໃຈ​ເຢັນກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ​ແລະ​ພິຈາລະນາຕົນ​ເອງວ່າ​ເປັນ​ຫຍັງ​ປະ​ເທດ​ຕົນ​ຈຶ່ງກາຍ​ເປັນ​ປະ​ເທດ​ສ່ວນ​ໜ້ອຍ. ​ແລະຖ້າວ່າ​ຍີ່ປຸ່ນ​​ເດີນ​ຕາມ​ເສັ້ນທາງທີ່​ຜິດ​ອີກ, ນັບ​ມື້​ຈະ​ຜິດ​ຫວັງຫຼາຍ​ຂຶ້ນ, ​ແລະ​ຈະ​​ຖືກໂດດດ່ຽວ​ກວ່າ​ເກົ່າ​ອີກ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ