ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຕອບ​ໂຕ້​ຄະດີ​ຕັດສິນບັນຫາ​ທະ​ເລ​ຈີນ​ໃຕ້​ດ້ວຍສາມ "​ເດັດດ່ຽວ"
2016-07-29 16:55:13  cri 
ວັນ​ທີ 28 ກໍລະກົດ​ນີ້​​ໃນ​ໂອກາດ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄະດີ​ຕັດສິນ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ຟີ​ລິບ​ປີນ​ຍື່ນ​ຟ້ອງແຕ່​ຝ່າຍ​ດຽວນັ້ນ, ທ່ານ​ຢາງ​ຢູຈຸ່ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າ​ວວ່າ, ກອງທັບ​ຈີນ​ຈະປົກ​ປ້ອງຄວາມໝັ້ນຄົງ​ແລະ​ສິດ​ອຳນາດອະທິປະ​ໄຕ​​ກໍ​ຄື​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ປະ​ເທດ​ຕົນ​ຢ່າງ​​ເດັດດ່ຽວ, ທັງຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ເດັດດ່ຽວ​ແລະ​ຮັບ​ມື​ກັບ​ການ​ຂົ່ມຂູ່​ແລະ​ການ​ທ້າ​ທາຍ​ຕ່າງໆ​ຢ່າງ​ເດັດດ່ຽວ.

ທ່ານ​ຢາງ​ຢູຈຸ່ນ​ຊີ້​​ໃຫ້​ເຫັນ​ວ່າ, ຈີນ​ມີ​ສິດ​ອຳນາດອະທິປະ​ໄຕ​ຕໍ່​ເກາະ​ຕ່າງໆ​​ແລະ​ເຂດ​ທະ​ເລ​ຢູ່​ໃກ້​ເກາະ​ດັ່ງກ່າວ​ຢູ່​ທະ​ເລ​ຈີນ​ໃຕ້. ການຮັກສາ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ຮັກສາ​ສິດ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຊາດ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກອງທັບ​ຈີນ​ທີ່​ປະຕິ​ເສດ​ບໍ່​ໄດ້. ຕໍ່​ບັນຫາການ​ຕັ້ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຢູ່​ທະ​ເລ​ຈີນ​ໃຕ້​ແລະ​ກອງທັບ​ອາກາດ​ຈີນ​ໄປ​ລາດຕະ​ເວນ​ຢູ່​ທະ​ເລ​ຈີນ​ໃຕ້​ເປັນ​ປົກກະຕິນັ້ນ, ທ່ານ​ກ່າວ​ວ່າ, ການ​ຕັ້ງ​ເຂດ​ຈຳ​ແນກປ້ອງ​ກັນອາກາດ​ແມ່ນ​ສິດ​ຂອງ​ປະ​ເທດທີ່​ມີ​ອະທິປະ​ໄຕ, ຈະ​ຕັ້ງ​ເຂດ​ຈຳ​ແນ​ກປ້ອງ​ກັນ​ອາກາດ​ຫຼື​ບໍ່​ແລະ​ຕັ້ງ​ໃນ​ເວລາ​ໃດ, ​ກໍ​ຂຶ້ນ​ກັບ​ວ່າ​ຈີນ​ໄດ້​ຜະ​ເຊີນ​ການ​ຂົ່ມ​ຂູ່ທາງ​ອາກາດ​ຫຼື​ບໍ່​ແລະ​ລະດັບ​ການ​ຂົ່ມ​ຂູ່​ທາງ​ອາ​ກາດໜັກ​ເບົາ​ພຽງ​ໃດ. ການ​ນີ້ກອງທັບ​​ຈີນສົ່ງ​ກຳ​ປັ່ນ​ແລະ​ຍົນ​ໄປລາດ​ຕະ​ເວນ​ຢູ່​ທະ​ເລ​ຈີນ​ໃຕ້​ເປັນ​ປົກກະຕິ​ນັ້ນ, ກໍ​ເພື່ອ​​ຮັກສາ​ຄວາມ​ໝັ້ນຄົງສິດອຳນາດ​ອະທິປະ​ໄຕ​ແລະ​ສິດຜົນປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ