ຮັກສາ​ການ​ແທນ​ປະທານາທິບໍດີ​ເບຣຊິນ​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈຕໍ່​ໂອ​ລິ​ມປິກ​ເກ​ມ​ຣີ​ໂອ
2016-07-30 16:39:08  cri 

​ເຖິງ​ວ່າ​ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ສາກົນ​ໄດ້​ເກີດ​ເຫດ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢ່າງ​ຕໍ່​ເນື່ອງ​ ​ແລະ​ມີ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ຫົວ​ຮຸນ​ແຮງ ​​ເປັນຕົ້ນການ​ປຸ້ນສະດົມ ທີ່​ຖື​ເອົານັກ​ກິລາ​​ແລະ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດທີ່​ຫາ​ກໍ​ເດີນທາງ​ເຖິງ​ເບຣຊິນ​ເປັນ​ເປົ້າໝາຍ​ນັ້ນ​ເກີດ​ຂຶ້ນຫຼາຍ​ເທື່ອ​ແລ້ວ​ກໍ​ຕາມ, ​ແຕ່​ທ່ານ​ມີ​ແຊນ ​ເຕ​ເມີ ຮັກສາ​ການ​ແທນ​ປະທານາທິບໍດີ​ເບຣຊິນ​ກໍ​ໄດ້​ຢ້ຳຄືນ​ໃນ​ວັນທີ 29 ກໍລະກົດ​ນີ້​ວ່າ​ເຕັມ​ໄປ​ດ້ວຍຄວາມ​ໝັ້ນ​ໃຈ​ຕໍ່​ການຈັດ​ງານ​ກິລາ​ໂອ​ລິ​ມປິກຣີ​ໂອ​ເດີ​ຊາ​ເນ​ໂ​ລຢ່າງ​ປະສົບ​ຜົນສຳ​ເລັດ.

ທ່ານ​ເຕ​ເມີ ກ່າວ​ວ່າ: ລັດຖະບານ​ເບຣຊິນ​​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ເຫດ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ໃນ​ສາກົນ​ເມື່ອ​ບໍ່​ດົນ​ຜ່ານ​ມາ ​ແລະ​ໄດ້​ໃຊ້​ຫຼາຍມາດ​ຕະການ​ປ້ອງ​ກັນ ​ເຖິງ​ວ່າ​ເຫດການ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ຫ່ວງ​ນຳ​ກໍ​ຕາມ, ​ແຕ່​ປະ​ເທດ​ຕົນ​​ໄດ້ມີ​ວິທີ​ຮັບ​ມື​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ