ກອງ​ປະຊຸມ​ສຸ​ດຍອດ G20 ຫັງ​ໂຈ່​ວຈະ​ປະກອບສ່ວນທີ່ີມີ​ລັກສະນະ​ປະຫວັດສາດ​​ເພື່ອ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ
2016-07-31 15:08:06  cri 
ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວຂອງ​ຈີນ​ໄດ້​ເຂົ້າ​ສູ່​​ໄລຍະ​ນັບ​ຖອຍຫຼັງ​​ແລ້ວ. ວັນ​ທີ 30 ກໍລະກົດ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ຈູ່ກວ່າ​ງຢ້າວ, ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ​ກ່າວວ່າ, ​ໃນ​ເງື່ອນ​ໄຂ​ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ​ທັງ​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນ, ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວຈະ​ປະກອບສ່ວນ​ທີ່​ມີ​ລັກສະນະ​ປະຫວັດສາດ​ໃນ​ການ "ສ້າງ​​ເສດ​ຖະກິດ​ໂລກ​ໃຫ້​ມີ​ການ​ປະດິດ​ສ້າງ​ໃໝ່, ຄວາມ​ມີ​ຊີວິດ​ຊີວາ, ​ມີ​ບົດບາດ​ຕໍ່​ກັນ​ແລະ​ກວມ​ລວມ".

ທ່ານ​ຈູ່ກວ່າ​ງຢ້າວ​ກ່າວ​ວ່າ, ອົງການ​ກອງ​ທຶນ​ເງິນຕາ​ສາກົນ​ຫຼື IMF ​ໄດ້​ປັບຫຼຸດອັດຕາການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ໃຫ້​ຕ່ຳລົງ 4 ຄັ້ງ​ໃນ​ປີ​ນີ້, ​ແຕ່​ວ່າ​ນັບ​ແຕ່​ເດືອນ​ເມສາ​ເປັນ​ຕົ້ນ​ມາ, IMF ​ໄດ້​ປັບ​ຂຶ້ນອັດຕາການ​ເຕີບ​ໂຕ​ຂອງ​ເສດຖະກິດ​ເຕີບ​ໂຕ​ຈີນ 2 ​ເທື່ອ, ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປະຕິ​ຮູບ​ເສດຖະກິດ​ຂອງ​ຈີນ​ດ້ານ​ການປັບປຸງ​ໂຄງ​ປະກອບ​ເສດຖະກິດ​ໂດຍ​ສະ​ເພາະ​ແມ່ນ​ການ​ປະຕິ​ຮູບ​ດ້ານ​ການ​ສະໜອງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຂະນະ​​ທີ່​ຈີນ​ຍຶດໝັ້ນ​ເພີ່ມ​ຄວາມ​ຕ້ອງການ​​ໂດ​ຍລວມຢ່າງ​ເໝາະ​ສົມ.

ທ່ານ​ຈູ່ກວ່າ​ງຢ້າວ​ກ່າວຕື່ມ​ວ່າ, ລັດຖະມົນຕີ​ການ​ເງິນ​ແລະ​ຜູ້ວ່າການ​ທະນາຄານກາງ​ຂອງ G20 ​ໄດ້​ສົ່ງ "ຫຼັກການ​ຊີ້​ນຳລະດັບ​ສູງ​ຂອງ​​ເສດຖະກິດ​ຕົວ​ເລກທີ່​ມີ​ລັກສະນະ​ກວມ​ລວມ" ພ້ອມ​ດ້ວຍ​ຫຼັກການ​ຊີ້​ນຳ​ນະ​ໂຍບ​າຍທີ່​ກ່ຽວຂ້ອງ​ໃນ 9 ຂົງ​ເຂດ​ເຊັ່ນ​ຊຸກຍູ້​ໃຫ້ເສດຖະກິດ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ, ການ​ປະຕິຮູບ​​ໂຄງ​ປະກອບ​ເສດຖະກິດ, ຊຸກຍູ້​ການ​​ເຊື່ອມ​ຈອດຖານ​ໂຄງ​ລ່າງ​​ແລະ​ອື່ນໆ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ​ເພື່ອ​ນຳ​ໄປພິຈາລະຈາ. ພາຍຫຼັງ​​ໄດ້​ຮັບຮອງ​ແລ້ວ, ນະ​ໂຍບາຍ​​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ຈະມີ​ຜົນ​ດີ​ໃນ​ໄລຍະ​ຍາວ​ເທົ່າ​ນັ້ນ, ​ແຕ່​ກໍ​ຈະມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ຟື້ນ​ຕົວ​ຄືນ​ໃໝ່​ແລະ​ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ເຕີບ​ໂຕ​ໃນ​ໄລຍະ​ສັ້ນນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ