ຜູ້​ຊ່ຽວຊານ​ຢືນຢັນ​ການຕິດ​ຕັ້ງ​ລະບົບ THAAD ຈະ​ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ ສ ​ເກົາຫຼີ​ຢ່າງ​ໜັກໜ່ວງ
2016-08-01 14:28:56  cri 
ພາຍຫຼັງ​ອາ​ເມ​ລິ​ກາ​ແລະ ສ ​ເກົາ​ຫຼີປະກາດ​ຈະ​ຕິດ​ຕັ້ງ​ລະບົບ​ສະກັດ​ລູກ​ສອນ​ໄຟນໍາ​ວິຖີ THAAD ຢູ່ ​ສ ​ເກົາຫຼີ​ເປັນ​ຕົ້ນ​ມາ, ປະຊາຊົນ ສ ​ເກົາຫຼີ​ໄດ້​ຄັດຄ້າ​ນການ​ຕັດສິນ​ດັ່ງກ່າວ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ຂະນະ​ທີ່ໃນ​​ໂອກາດ​ໃຫ້ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ຢາງ​ຊີ​ຢີ, ນັກ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ກ່າວ​ວ່າ, ການ​ທີ່ລັດຖະບານ​ ສ ​ເກົາຫຼີຕິດ​ຕັ້ງ​ລະບົບ THAAD ຈະ​ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບສ ​ເກົາຫຼີ​ຢ່າງ​ໜັກໜ່ວງ.

ທ່ານ​ຢາງ​ຊີ​ຢີ​ເຫັນ​ວ່າ, ສາ​ເຫດ​ຕົ້ນຕໍ​ທີ່ປະຊາຊົນ​ ສ​ ​ເກົາຫຼີ​ປະຕິ​ເສ​ດລະບົບ THAAD ທີ່​ລັດຖະບານ​ປະ​ເທດ​ຕົນ​ໂຄສະນາ​​ເຖິງ​ຂີດ​ຄວາມສາມາດ​ປ້ອງ​ກັນ​ປະ​ເທດ​ນັ້ນ​ຍ້ອນມີ​​ຈຸດປະສົງ​ສຳຄັນ​ກໍເພື່ອປ້ອງ​ກັນ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ​ໂດຍບໍ່​ມີ​ຜົນ​ປະ​ໂຫຍ​ດ​ໃດໆ​ຕໍ່​ການ​ຮັກສາ​ຄວາມ​ໝັ້ນຄົງ​ຂອງປະ​ເທດ, ກົງກັນຂ້າມ​ການ​ຕິດ​ຕັ້ງ​ລະບົບ​ດັ່ງກ່າວ​ຈະ​ເຮັດ​ໃຫ້ ສ ​ເກົາຫຼີ​ມີ​ຄວາມ​ສ່ຽງ​ຫຼາຍ​ກວ່າ​ເກົ່າ.

ສຳລັບ​ສາຍ​ພົວພັນ​ລະຫວ່າງ​ຈີນ​ກັບ ສ ​ເກົາຫຼີນັ້ນ, ທ່ານ​ຢາງ​ຊີ​ຢີ​ເຫັນ​ວ່າ, ນອກຈາກການ​ກະທຳຕາມ​ລຳພັງ​ແຕ່​ຝ່າຍ​ດຽວ​ຂອງ​ ສ ​ເກົາຫຼີ​ໄດ້​ທຳລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດຢ່າງ​ໜັກໜ່ວງ​ແລ້ວ, ຍັງ​ຈະ​ເຮັດ​ໃຫ້ການຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ທັງ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ​ການ​ຄ້າ​ແລະ​ວັດທະນະທຳ​ບໍ່​ສາມາດ​ລົງ​ເລິກ​ແລະ​ພັດທະນາ​ຕື່ມ​ອີກ, ລວມສາຍ​ພົວພັນ​ໄດ້​ຮັບ​ການ​ພັດທະນາ​ມາ​ເປັນ​ຢ່າງ​ດີ​ນັ້ນ​ກໍ​ອາດຈະ​ຫຼອດ​ໜ້ອຍຖອຍລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ