ສິງກະ​ໂປ​ແລະ​ອາ​ເມ​ລິ​ກາ​ລົງ​ນາມ​​​ຮ່ວມ​ມື​ກໍ່ສ້າງ​ພື້ນ​​ຖານໂຄງ​ລ່າງ
2016-08-02 15:34:41  cri 
  ຕາມ​ຂ່າວ CRI: ຕອນ​ບ່າຍວັນ​ທີ 1 ສິງຫາ​ນີ້, ກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ສິງກະ​ໂປ​ແລະ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນບົດ​ບັນທຶກ​ການ​ຮ່ວມ​ມື​ວ່າ​ດ້ວຍ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງສະບັບ​ໃໝ່. 

  ບົດ​ບັນທຶກ​ດັ່ງກ່າວລະບຸ​ວ່າ, ສິງກະ​ໂປ​ແລະ​ອາ​ເມ​ລິ​ກາ​ຈະຮ່ວມ​ກັນ​ສ້າງ​ເວທີ​ຮ່ວມ​ມື​ໃໝ່​ເພື່ອ​ຊຸກຍູ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ປະຕິບັດ​ໂຄງການ​ຮ່ວມ​ມື​ວິທະຍາ ສາດເຕັກນິກ​ໃນ​ຕະຫຼາດ​ຝ່າຍ​ທີ 3 ​ເຊິ່ງມີ​ບັນດາ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຫຼັກ ລວມທັງ​ການວາງ​ແຜນ​ຕົວ​ເມືອງສະມາດສະບັບ​ໃໝ່​ແລະສ້າງ​ໂຄງການ​ໃໝ່​ໃນ​ຂົງ​ເຂດ​ການ​ຄ້າ​ເອ​ເລັກໂຕຣນິກແລະ​ເຕັກໂນ​ໂລ​ຊີ​ການທະ ນາຄານລະຫວ່າງ​ສອງ​ປະ​ເທດ.

  ນັບ​ແຕ່​ວັນ​ທີ 31 ກໍລະກົດ​ຜ່ານ​ມາ​, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ, ທ່ານ ຫລີຊຽນລຸງ ນາຍົກ​ລັດຖະມົນຕີ​ສິງກະ​ໂປ​ໄດ້​ຢ້ຽມຢາມ​ອາ​ເມ​ລິ​ກາ​ເປັນ​ເວລາ 6 ວັນ​. ຂະນະ​ທີ່​ປີນີ້​ເປັນ​ປີ​ທີ່ສອງ​ປະ​ເທດ​ດັ່ງກ່າວສ້າງ​ຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຄົບ ຮອບ 50 ປີ​ແລະ​ເປັນ​ເທື່ອ​ທຳ​ອິດ​ທີ່​ນາຍົກລັດຖະມົນຕີສິງກະ​ໂປ​​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ປີ 1985 ​ເປັນ​ຕົ້ນ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ