ຊາຍ​ຈີນຜູ້​ໜຶ່ງຖືກ​ກັກ​ໂຕ​ຫຼັງ​ລັກລອບນຳ​ເອົາ​ກະດູກ​ເສືອ​​ເຂົ້າ​ປະ​ເທດ
2016-08-04 16:03:34  cri 

ວັນ​ທີ 3 ສິງຫາ​ນີ້, ​ຊາຍ​ຄົນແຂວງ​ເສ​ສວນ ສປ ຈີນ​ທີ່​​ເດີນທາງກັບ​ຄືນ​ປະ​ເທດ​ຫຼັງໄປ​ເຮັດ​ວຽກ​ຢູ່​ອາ​ຟຣິກກາ​ໃຕ້​ນັ້ນຖືກ​ເຈົ້າ​ໜ້າ​ທີ່​ດ່ານ​ພາສີ​ຄຸນ​ໝິງກັກ​ໂຕ​ຂະນະ​ລັກລອບ​ນຳ​​ເອົາ​ກະດູກ​ເສືອ​ໜັກ 7763 ກຣາມ​ເຂົ້າ​ເມືອງ​ແລະ​ຈະຖືກ​ຕັດສິນລົງ​ໂທດ​ຕາມ​ກົດໝາຍອາຍາ. ​ຜ່ານ​ການ​ກວດກາ​ແລ້ວ​ພົບ​ວ່າ: ກະດູກ​ທີ່ຢຶດນັ້ນ​ແມ່ນ​ກະດູກ​ເສືອ​ເ​ຊິ່ງເປັນ​ສັດ​ອະນຸລັກ​ລະດັບ​ຊາດ​ປະ​ເພດ​ໜຶ່ງ​ໂດຍ​ມີ​ມູນ​ຄ່າ​ເຖິງ 4 ​ແສນ 8 ໝື່ນ​ຢວນຫຼື​ປະມານ 72 ພັນ​ໂດ​ລາ​ສະຫະລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ