ຈີນ​ຈະ​ຊຸກຍູ້ສາຍ​ພົວພັນ​ລະຫວ່າງຈີນ-ອາ​ຊຽນ​ໃຫ້​ກ້າວຂຶ້ນ​ສູ່​ລະດັບ​ໃໝ່
2016-08-04 17:54:39  cri 

  ວັນ​ທີ 3 ສິງຫາ​ນີ້, ທ່ານ ຫວາງຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ຍົກ​ໃຫ້​ເຫັນ​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນພາຍຫຼັງ​ພົບ​ປະ​ກັບ​ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ແລະ​ຮ່ວມກັນຖະ​ແຫຼ​ງຂ່າວວ່າ, ຈີນ​ຈະ​ພະຍາຍາມ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ເພື່ອຊຸກຍູ້ສາຍ​ພົວພັນ​ລະຫວ່າງຈີນ-ອາ​ຊຽນ​ໃຫ້​ກ້າວຂຶນ​ສູ່​ລະດັບ​ໃໝ່.

  ທ່ານ ຫວາງ​ຢີ້ ກ່າວ​ວ່າ, ຈີນ​ຖືອາ​ຊຽນ​ເປັນບູລິ​ມະ​ສິດ​​​ໃນ​ນະ​ໂຍບາຍການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ຂອງຕົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ທັງ​ເດັດດ່ຽວສະໜັບສະໜູນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ສະໜັບສະໜູນ​ຖານະ​ບົດບາດ​​ເປັນໃຈກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​ແລະສະໜັບສະໜູນອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ​ໃຫ້​ຫຼາຍກວ່າ​ເກົ່າ. ປັດຈຸບັນ, ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນລວມທັງ​ລາວ​ພວມ​ເລັ່ງກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະນຶກ​ຈີນ-ອາ​ຊຽນສ້າງ​ຕັ້ງ​ສາ​ຍພົ​ວ​ພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ​ນີ້ ​ແລະ​ເພື່ອພະຍາຍາມອອກຖະ​ແຫຼ​ງການ​ຮ່ວມຂອງກອງ​ປະຊຸມດັ່ງກ່າວ​ກໍ​ຄື "ຖະ​ແຫຼ​ງການ​ຮ່ວມວ່າ​ດ້ວຍ​ການ​ຮ່ວມ​ມື​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດລະຫວ່າງ​ຈີນ-ອາ​ຊຽນ" ​ລວມທັງຮັບຮອງ​ແຜນການ​​ແລກປ່ຽນ​ການ​ສຶກສາ 5 ປີ​ລະຫວ່າງ​ຈີນ-ອາ​ຊຽນ. ​ແນວ​ໃດ​ກໍ​ດີ, ຈີນ​ໄດ້​ລິ​ເລີ່​ມ​ເອົາປີ 2017 ​ເປັນ "ປີ​​ແຫ່ງ​ການຮ່ວມ​ມື​ການທ່ອງທ່ຽວຈີນ-ອາ​ຊຽນ" ຫວັງ​​ເສີມ​ຂະຫຍາຍ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດທະນະທຳ ​ເພື່ອສ້າງ​ເສົາ​ຄ້ຳ​ໃໝ່​ໃນ​ການ​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍຕື່ມ​ອີກ. ນອກ​ນີ້, ຈີນ​ຈະ​ສະໜັບສະໜູນ​ລາວ​ຈັດ​ກອງ​ປະຊຸມ ​ ​ຜູ້ນຳການ​ຮ່ວມ​ມື​ອາຊີຕາ​ເວັນ​ອອກແລະ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງອື່ນໆ​ໃຫ້​ດີ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ