ທ່ານ​ກ່າວ​ຫູ​ເສິງ​ຫາລືກັບ​ເຈົ້າ​ໜ້າ​ທີ່​ເສດຖະກິດ​ການ​ຄ້າ​ຂອງ​ລັດຖະບານ​ລາວ
2016-08-05 16:29:01  cri 
ວັນ​ທີ 4 ສິງຫາ​ນີ້, ທ່ານ​ກ່າວຫູ​ເສິງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນພ້ອມຄະນະ​ຜູ້​ແທນ​ເສດຖະກິດ​ການ​ຄ້າ​ຂອງ​ລັດຖະບານ​ຈີນ​ໄດ້​​ພົບ​ປະ​ຫາລືກັບ​ທ່ານ​ນາງ​​ເຂັມມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​​ແລະການ​ຄ້າ​ທັງ​ເປັນ​ປະທານ​ຄະນະ​ກຳມະການ​ຮ່ວມ​ມື​ລາວ-ຈີນ, ​ແລະ​ທ່ານ​ສຸພັນ ​ແກ້ວ​ມີ​ໄຊ, ລັດຖະມົນຕີ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ລາວ​ໃນ​ໂອກາດ​ເດີນທາງ​ຢ້ຽມຢາມ​ລາວ.

​ໃນ​​ໂອກາດ​ພົບ​ປະ​ຫາລືກັບ​ທ່ານ​ນາງ​​ເຂັມມະນີນັ້ນ, ທ່ານ​ກ່າວ​ຫູ​ເສິງ​ກ່າວ​ວ່າ, ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ລາວ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ໃນ​ຫຼາຍ​ປີ​ຜ່ານມາ​, ຂະນະ​ທີ່ປັດຈຸບັນ​ຈີນ​ແມ່ນ​ປະ​ເທດ​ທີ່ລົງທຶນ​ເປັນ​ອັນ​ດັບ​ທີ​ໜຶ່ງ​ແລະ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ລາວ. ​ແນວ​ໃດ​ກໍ​ດີ​ໃນ​ຫຼາ​ຍປີຜ່ານ​ມາ​, ຈີນ​ໄດ້ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳຈາກ​ລາວ​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ລົງທຶນ​​ຢູ່​ລາວ​ກໍ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ເຊິ່ງບັນລຸຍອດ​ມູນ​ຄ່າ​ການ​ລົງທຶນ ​ປະມານ 7 ຕື້​ໂດ​ລາ​ສະຫະລັດ. ​ເຂດ​ຮ່ວມ​ມື​ເສດຖະກິດ​ບໍ່​ຫານ-ບໍ່​ເຕັນ​ໄດ້​ລົງ​ນາມ​ໃນ​ແຜນການ​ລວມຮ່ວມ​ກັນ​ແລ້ວ, ​ແລະ​ໄດ້​ກາຍ​ເປັນຈຸດ​ຮຸ່ງ​ໃສໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນລາວ. ທ່ານ​ກ່າວ​ຫູ​ເສິງ​ຍັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ນາງ​ເຂັມ​ມະນີ​ໄດ້​ກ່າວຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ຂອງ​ຈີນ​​ໃນ​​ໄລຍະ​ຍາວ, ຍິນ​ດີ​ສືບ​ຕໍ່​ປະສານ​ສົມ​ທົບ​ກັບ​ຈີນ​ຢ່າງ​ໃກ້ຊິດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ​ແລະ​ປັບປຸງ​ກົນ​ໄກ​ປະສານ​ງານ​ຂອງ​ຄະນະ​ກາ​ນມະ​ການຮ່ວມມື​ເສດຖະກິດ​ການ​ຄ້າ​ລາວ-ຈີນ. ລາວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ປະ​ເທດ​ປະທານອາ​ຊຽນຢ່າງ​ແຂງ​ແຮງ, ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ລະ​ຫວ່າ​ງອາ​ຊຽນກັບ​ຈີນ​ພາຍ​ໃຕ້​ຂອບ​ພາກ​ພື້ນ​ແລະອະນຸພາກ​ພື້ນ. ພາຍຫຼັງ​ການ​ຫາລື, ສອງ​ຝ່າຍ​​ໄດ້​ລົງ​ນາມ​ໃນ​​ເອກະສານຮ່ວມ​ມື​ 3 ສະບັບ.

​ຂະນະ​ທີ່​ການ​ຫາລືກັບ​ທ່ານ​ສຸພັນນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ທີ່​​ສົນ​ໃຈ​ຮ່ວມ​ກັນ​ເຊັ່ນ​ການ​ຮ່ວມ​ມື​ເສດຖະກິດ​ເຕັກນິກ​ລະຫວ່າງ​ສອງ​ປະ​ເທດ, ການ​ກໍ່ສ້າງ​ເຂດ​ຮ່ວມ​ມື​ເສດຖະກິດ​ຂ້າມ​ຊາດ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ