ຈີນ​​ແລະ​ຟີ​ລິບ​ປິນຈະ​ຟື້ນ​ຟູ​ກົນ​ໄກ​ປະສານ​ງານ​ຂອງຄະນະ​ກຳມະການ​ຮ່ວມ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍຄືນ​ໃໝ່​ໂດຍ​ໄວ
2016-08-06 15:12:12  cri 
ຕາມ​ຂ່າວCRI: ວັນ​ທີ 5 ສິງຫາ​ນີ້, ທ່ານ ກ່າວ​ຫູ​ເສີງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ໄດ້​ພົບ​ປະກັບ​ທ່ານ ຣາ​ມອນ ​ໂລ​ເປສ໌ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຟີ​ລິບ​ປິນ​ໃນ​​ໂອກາດເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​​ເສດຖະກິດ​ການ​ຄ້າ​ອາຊີ​ຕ​າ​ເວັນ​ອອກທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ວຽງ​ຈັນ​ ສປປ ລາວ. ຫຼັງ​ສຳ​ເລັດການ​ພົບ​ປະ, ທ່ານ ກ່າວ​ຫູ​ເສີງ ກ່າວ​ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ສອງ​ຝ່າຍ​ເປັນ​ເອກະ​ພາບ​ກັນຈະຟື້ນ​ຟູ​ກົນ​ໄກ​ປະສານ​ງານ​ຂອງຄະນະ​ກຳມະການ​ຮ່ວມ​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍຄືນ​ໃໝ່​ໂດຍ​ໄວ ​ແລະ ​ໄດ້​ຕົກລົງ​ຈະ​ຟື້ນຟູ​ການ​ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ເສດຖະກິດ​ການ​ຄ້າສອງ​ຝ່າຍຄັ້ງ​ທີ 28 ຄືນ​ໃໝ່​ກ່ອນ​ທ້າຍ​ປີນີ້​.

ທ່ານ ກ່າວ​ຫູ​ເສີງ ກ່າວ​ຕື່ມ​ວ່າ: ບັນຫາ​ທະ​ເລ​ຈີນ​​ໃຕ້​ແມ່ນ​ບັນຫາ ​ຕົກຄ້າງ​ລະຫວ່າງ​ຈີນ-ຟີ​ລິບ​ປິນມາ​ໂດຍ​ຕະຫຼອດ, ​ແຕ່​ບໍ່​​​ແມ່ນ​ສິ່ງ​ທັງ​ໝົດ​ໃນສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ພວກ​​ເຮົາ​ມີ​ຄວາມ​ສາມາດ,ມີ​ສະຕິ​ປັນຍາ​​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ເໝາະ​ສົ​ມ​ໂດຍ​ຜ່ານ​ການ​ປຶກສາ​ຫາລືສອງ​ຝ່າຍ​ກໍ​ຄື​ກົນ​ໄກ​ປຶກສາ​ຫາລື​ລະຫວ່າງ​ຈີນ-ອາ​ຊຽນ​ທີ່​ມີ​ຢູ່ໃນ​ປັດຈຸບັນ,ຮູບ​ການ​​ແກ້​ໄຂ​ແບບ​ນີ້​ຈະ​ບໍ່​ກະທົບ​ເຖິງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການຄ້າ​ລະຫວ່າງ​ຈີນ-ຟີ​ລິບ​ປິນ. ​ແນວ​ໃດ​ກໍ​ດີ, ລັດຖະບານ​ຊຸດ​ໃໝ່​ຂອງ​ຟີ​ລິບ​ປິນ​ເຄີຍ​ໄດ້​ກ່າວ​ມາຫຼາຍ​ເທື່ອ​ແລ້ວ​ວ່າ​ຈະ​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ໂດຍ​ຜ່ານ​ການ​ສົນທະນາ​ໂດຍກົງ ​ເຊິ່ງນີ້​ໄດ້​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ