ຈີນ​ສະໜັບສະໜູນ​ອາ​ຊຽນ​ນຳພາຂະ​ບວນການ​ເຈລະຈາ RCEP
2016-08-06 15:11:42  cri 

  ຕາມ​ຂ່າວ CRI: ວັນ​ທີ 5 ສິງຫາ​ນີ້, ກອງ​ປະຊຸມລະດັບ​ລັດຖະມົນຕີ​ຄັ້ງ​ທີ 4 ກ່ຽວ​ກັບ "ສັນຍາ​ການ​ພົວພັນຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ" ຫຼື RCEP ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ ສປປ ລາວ ​ໂດຍ​ລັດຖະມົນຕີ​ເສດຖະກິດ-ການ​ຄ້າ​ຈາກ 10 ປະ​ເທດ​ອາ​ຊຽນ, ຈີນ, ອົສຕຣາລີ, ອິນ​ເດຍ, ຍີ່ປຸ່ນ, ສ.​ເກົາຫຼີ​ແລະ​ນູ​ແວນ​ເຊ​ລັງ​​ເຂົ້າ​ຮ່ວມ. ຂະ​ນະ​ທີ່​ທ່ານ ​ກ່າວ​ຫູ​ເສິງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ, ຈີນ​ສະໜັບສະໜູນ​ອາ​ຊຽນ​ນຳພາຂະ​ບວນການ​ເຈລະຈາ RCEP.

  ທ່ານ ​ກ່າວ​ຫູ​ເສິງ ກ່າວ​ວ່າ, ພາຍຫຼັງບັນລຸ​ສັນຍາ RCEP ​ແລ້ວຈະ​ເປັນ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ເຕີບ​ໂຕດ້ານການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ​ທັງ​ຈະ​ເປັນ​ການ​ເພີ່ມພະລັງ​ແຮງ​ໃໝ່​ເພື່ອ​ການເຕີບ​ໂຕ​ຂອງເສດຖະກິດ​ໂລກ​ກໍ​ຄື​ຍົກ​ສູງຖານະ​ບົດບາດຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ເສດຖະກິດ​ໂລກ. ຈາກ​ນີ້​ຈີນຈຶ່ງ​ມີ​ຂໍ້ສະ​ເໜີ 4 ຂໍ້​ຄື: ພະຍາຍາມ​ສຳ​ເລັດ​ການ​ເຈລະຈາ RCEP ​ໂດຍ​ໄວ; ​ຄຳນຶງ​ເຖິງຄວາມ​ເປັນ​ຫ່ວງ​ຂອງ​ກັນ​ແລະ​ກັນ; ຊຸກຍູ້ການ​ເຈລະຈາ​​ໂດຍ​ລວມ​ແລະ​ດຸນດ່ຽງ​​ແລະ​ສະໜັບສະໜູນ​ອາ​ຊຽນນຳພາ​ການ​ເຈລະຈາ. ນອກ​ນີ້, ທ່ານ ​ກ່າວ​ຫູ​ເສິງ ຊີ້​ໃຫ້​ເຫັນ​ວ່າ, ຈີນ​ເດັດດ່ຽວ​ສະໜັບ​ສະໜູນແລະ​ຊຸກຍູ້ RCEP ​ໂດຍ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​​ໃຊ້​ທ່າ​ທີ​ທີ່​ເປັນ​ການ​ສ້າງສັນ​ແລະ​ຄ່ອງ​ແຄ້ວ​ເພື່ອບັນລຸ​ສັນຍາ​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໂດຍ​ໄວ​.

  ການ​ເຈລະຈາ RCEP ​ໄດ້​ເລີ່​ມຕົ້ນຢ່າງ​ເປັນທາງການ​ເມື່ອ​ເດືອນ​ພະຈິກປີ 2012 ​ໂດຍ​ມີ​ເປົ້າ​ໝາຍ​ບັນລຸສັນຍາການ​ພົວພັນຄູ່​ຮ່ວມ​ເສດຖະກິດທີ່​ທັນ​ສະ​ໄໝ, ຮອບດ້ານ, ມີ​ຄຸນ​ນະພາ​ບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ​ຫວັງ​ຈະ​ສ້າງ​ເຂດ​ການຄ້າ​ເສລີ​ທີ່​ກວມ​ປະຊາກອນ​ຫຼາຍກວ່າ​ໝູ່, ພາກ​ພື້ນ​ກວ້າງ​ກວ່າ​ໝູ່, ມີ​ປະ​ເທດ​ສະມາຊິກ​ຫຼາຍ​ກວ່າ​ໝູ່​ແລະ​ພັດທະນາຄຶກຄັກ​ກວ່າ​ໝູ່​ຂອງ​ໂລກ. ຂະນະ​ທີ່​ປີ 2015, ຈີນ​ແລະ​ປະ​ເທດ​ສະມາຊິກ RCEP ບັນລຸ​ຍອດ​ມູນ​ຄ່າການ​ຄ້າ​ດ້ານສິນຄ້າ​ເຖິງ 1 ພັນ 200 ຕື້​ໂດ​ລາ​ສະຫະລັດ​ກວມ 30.8% ຂອງ​ຈີນ, ການ​ຄ້າ​ດ້ານ​ການ​ບໍລິການກໍ​ບັນລຸ 162 ຕື້ 64​0 ລ້ານໂດ​ລາ​ສະຫະລັດ, ກວມ 22.8% ​ແລະ​ການ​ລົງທຶນ​ຕໍ່​ຕ່າງປະ​ເທດ 13 ຕື້ໂດ​ລາ​ສະຫະລັດ, ກວມ 11%.

  ພາຍ​ໃຕ້​ສະພາບທີ່​ເສດຖະກິດ​ໃນ​ປັດຈຸບັນ​ຜະ​ເຊີນ​ກັບ​ຄວາມ​ສ່ຽງ, RCEP ມີ​ຄວາມ​ສາ​ມາດບົ່ມ​ຊ້ອນ​ທີ່ເປັນ​ກຳລັງຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ລັດຖະມົນຕີ​ບັນດາ​ທ່ານ​ໄດ້ຢ້ຳຄວາມ​ສຳຄັນ​ຂອງ​ສັນຍາ RCEP​ ທີ່​ມີຕໍ່​ເສດຖະກິດ​ໂລກ ​ຂະນະ​ທີ່ໄດ້​ສັງ​ເກດ​ເຫັນ​ວ່າ​ພາຍ​ໃຕ້ສະພາບ​ທີ່​ເສດຖະກິດ​ໂລກ​​ໃນ​ປີ 2015 ມີ​ຄວາມບໍ່​ໝັ້ນ​ທ່ຽງ, ການ​ພັດທະນາ​ເສ​ດຖະກິດ​ຂອງປະ​ເທດ​ສະມາຊິກ RCEP ກໍ​ສາມາດ​ຮັກສາ​ຄວາມ​ໝັ້ນ​ທ່ຽງ ​ແລະ​ຍອດ​ມູນ​ຄ່າ​ການ​ຜະລິດ​ມີ​ເຖິງ 22.400 ຕື້ໂດ​ລາ​ສະຫະລັດ, ກວມ 30,6% ຂອງ​ຍອດມູນ​ຄ່າ​ການ​ຜະລິດຂອງ​ໂລກ. ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ບັນດາ​ປະ​ເທດ RCEP ​​ມີ​ເຖິງ 11.900 ຕື້​ໂດ​ລາ​ສະຫະລັດ ​ແລະ​ສາມາດ​ດຶງ​ດູດ​ທຶນ​ຕ່າງປະ​ເທດ 329 ຕື້ 600 ລ້ານ​​ໂດ​ລາ​ສະຫະລັດ. ​ໃນ​ຊຸ​ມປີຜ່ານມາ, ຈັງຫວະ​ການ​ເຕີບ​ໂຕ​ສະ​ເລ່ຍຂອງ​ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫຼື GDP ຂອງປະ​ເທດ​ສະມາຊິກ RCEP ຫຼາຍ​ກວ່າຈັງຫວະການ​ເຕີບ​ໂຕ​ຂອງ​ໂລກ 30% . ​ໂດຍ​ພິຈາລະ​ນາ​ເຖິງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ RCEP ​ໃນ​​ການ​ປັບປຸງສະພາບເສດຖະກິດ​ຂອງ​ປະ​ເທດ​ສະມາຊິກ​​ໃນ​ອະນາຄົດໃຫ້​ດີ​ຂຶ້ນ,ຊຸກຍູ້​ເສດຖະກິດ​​ພາກ​ພື້ນ​​ໃຫ້​ເຊື່ອມ​ໂຍງ​ເຂົ້າກັນ,ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ໂລກ​ເກືອບ​ເຄິ່ງໜຶ່ງ​​ໃຫ້​ສູງ​ຂຶ້ນແລະ​​ອື່ນໆ, ​ລັດຖະມົນຕີ​ບັນດາ​ທ່ານໄດ້​ຢ້ຳຄືນ​ຄຳ​ໝັ້ນ​ສັນຍາຂອງ​ຕົນ​ທີ່ຈະ​ສຳ​ເລັດ​ການ​ເຈລະຈາ​ໂດຍ​ໄວ​ເພື່ອ​ບັນລຸ​ສັນຍາ​​ການ​ຄ້າ​ເສລີ​​​ໃນພາກ​ພື້ນ​ທີ່​ມີ​ຄຸນ​ນະພາ​ບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ມີ​ຄວາມ​ໝາຍ​ດ້ານ​ການ​ຄ້າ.

  ປັດຈຸບັນ, ຝ່າຍ​ຕ່າງໆໄດ້​ດຳ​ເນີນການ​ເຈລະຈາ 13 ຮອບ​ແລ້ວ. ​ແລະ​ຈະ​ດຳ​ເນີນ​ການເຈລະຈາ​ຮອບ​ທີ 14 ​ຢູ່​ນະຄອນ​ໂຮ​ຈິ​ມິນ​ປະ​ເທດຫວຽດນາມ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 19 ສິງຫາ​ນີ້ ​ແລະຮອບ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນສິນ​ ສປ ​ຈີນ​ແຕ່​ວັນ​ທີ 16 ຫາ​ວັນ​ທີ 22 ຕຸລາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ