​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຮອບ​ໃໝ່ຂອງ​ຈີນ​​ເຂົ້າ​ສູ່​ໃນ​ໄລຍະ​ກະກຽມຍິງ​ສົ່ງ​ ​
2016-08-07 17:56:56  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ຫ້ອງການ​ໂຄງການ​ການບິນ​ອະວະກາດ​ບັນທຸກ​ມະນຸດ​ຈີນ​ໃຫ້​ຮູ້​ວ່າ, ຈະ​ຫຼວດ ​ສາງ​ເຈີ່ງ ​ເລກ2 F T2ທີ່​ຈະ​ໃຊ້​ໃນ​ການ​ສົ່ງ​ຍານ​ອະວະກາດ​ "ທ່ຽນ​ກົ່ງ​ເລກ2" ​ແລະ​ຈະ​ຫຼວດສາງ​ເຈີ່ງ ​ເລກ2 F 11ທີ່​​ໃຊ້​ໃນ​ການຈະ​ສົ່ງ​ຍານອະວະກາດ​ບັນທຸກ​ມະນຸດ "​ເສີນ​ໂຈ່​ວ​ເລກ11"ນັ້ນ​ໄດ້ຖືກ​ສົ່ງ​ໄປ​ຮອດ​ສູນ​ສົ່ງ​ດາວ​ທຽມ​ຈິ​ວຢວນຢ່າງ​ປອດ​ໄພ​ໃນ​ວັນ​ທີ6ສິງຫາ​ນີ້, ​ເພື່ອ​ດຳ​ເນີນ​ການ​ຕິດ​ຕັ້ງ​ແລະ​ກວດກາ​ສຸດ​ທ້າຍ​ຢູ່​ສະໜາມ​ຍິງ​ສົ່ງ.​ ​ເຊີ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ວຽກ​ງານ​ການບິນ​ອະວະກາດ​ບັນທຸກ​ມະນຸດຮອບໃໝ່​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ໄລຍະ​ກະກຽມ​ເພື່ອ​ສົ່ງ​ຂຶ້ນ​ສູ່ອະວະກາດ​ຢ່າງ​ເປັນ​ທາງ​ການ.

ຫຼັງ​ຈາກຈະ​ຫຼວດສອງ​ລູກ​ດັ່ງກ່າວ​ໄດ້​ສຳ​ເລັດ​ວຽກ​ງານ​ຄົ້ນຄວ້າ​ຜະລິດ​ທັງ​ໝົດ​ຕາມ​ລະບຽບການ​ແລ້ວ, ​ໄດ້​ເລີ່​ມຂົນ​ສົ່ງ​ອອກ​ຈາກ​ປັກ​ກິ່ງ, ຜ່ານ​ທາງ​ລົດ​ໄຟ​ໄປ​ສູ່​ສູນ​ສົ່ງ​ດາວ​ທຽມ​ຈິ​ວຢວນ.

ປັດຈຸບັນ, ສິ່ງ​ກໍ່ສ້າງ​ແລະ​ອຸປະກອນ​ຕ່າງໆ​​ໃນ​ສະໜາມ​ຍິງ​ສົ່ງ​ນັ້ນ​ຢູ່​ໃນ​ສະພາບ​ທີ່​ດີ​ຕາມປົກກະຕິ, ວຽກ​ງານ​ກະກຽມ​ຕ່າງໆ​ພວມ​ດຳ​ເນີນ​ໄປ​ຕາມ​ແຜນການທີ່​ກຳນົດ​ໄວ້. ຍານ​ອະວະກາດ ທ່ຽນ​ກົ່ງ​ເລກ2ຈະ​ຖືກ​ສົ່ງ​ຂຶ້ນ​ສູ່​ອະວະກາດ​ໃນ​ກາງ​ເດືອນ​ກັນຍາໜ້າ​ນີ້, ​ແລະ​ເຮືອບິນ​ອະວະກາດ​ບັນທຸກ​ມະນຸດ​ເສີນ​ໂຈ່​ວ​ເລກ11 ຈະ​ຖືກ​ສົ່ງ​ຂຶ້ນ​ອະວະກາດ​ໃນ​ກາງ​ເດືອນຕຸລາ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ