ກຸ່ມ​ບໍລິສັດ​ເກີ​ໂຈ່​ວປ້າ​ຈີນລົງທຶນ​ພັດທະນາໄຟຟ້າ​ນ້ຳຕົກ​ແຫ່ງ​ທຳ​ອິດ​ຢູ່​ລາວ
2016-08-08 17:30:53  cri 
ວັນ​ທີ 6 ສິງຫາ​ນີ້, ສຳນັກງານ​ກຸ່ມ​ບໍລິສັດ​ເກີ​ໂຈ່​ວປ້າ​ຈີນຈຳກັດ​ປະຈຳ​ລາວ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ບໍລິສັດ​ຕົນ​ກັບ​ລັດຖະບານ ​ສປປ ລາວ​ໄດ້ລົງ​ນາມ​ໃນສັນຍາ​ພັດທະນາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊ​ລະ​ນອງ 2 ຢູ່​ແຂວງ​ສາລະ​ວັນຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ສິງຫາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນ​ເຊິ່ງ​ເປັນ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ແຫ່ງ​ທຳ​ອິດ​ທີ່​ກຸ່ມ​ບໍລິສັດຕົນລົງທຶນ​ຢູ່​ລາວ.

​ຕາມ​ການ​ອອກ​ແບບ, ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ເຊ​ລະ​ນອງ 2 ຈະ​ສາມາດ​ຜະລິດ​ໄຟຟ້າ​ 140 ລ້ານ 7 ​ແສນກິ​ໂລ​ວັດ​​ໂມງ​ຕໍ່​ປີ​ໂດຍ​ຈະ​ດຳ​ເນີນການ​ກໍ່ສ້າງ 41 ​ເດືອນ​​ແລະລົງທຶນ​ລວມມູນ​ຄ່າ​ປະມານ 70 ລ້ານ​ໂດ​ລາ​ສະຫະລັດ​ດ້ວຍ​ຮູບແບບ BOT ຄື ການກໍ່ສ້າງ-ການ​ດຳ​ເນີນ​ທຸລະ​ກິດ-ການ​ໂອນ.

ທ່ານ​ບຸນ​ທະວີ ສີ​ສຸພັນ​ທອງ ຮອງ​ລັດ​ຖະມົນຕີ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ແຫ່ງ ​ສປປ ລາວຢືນຢັນ​ວ່າ, ​ໂຄງການ​ດັ່ງກ່າວ​ເປັນ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ໂດຍ​ເນັ້ນການ​ຜະລິດ​ໄຟຟ້າ​ເປັນ​ຕົ້ນຕໍ, ​​ແຕ່ພາຍຫຼັງ​​​ໂຄງການກໍ່​ສ້າງ​ສຳ​ເລັດຍັງ​ຈະ​ຮັບປະກັນ​ການ​ສະໜອງ​ນ້ຳ​​ໃຫ້​ແກ່​ການ​ຜະລິດ​ເຂົ້ານາ​ໃຫ້​ປະຊາຊົນ​ສອງ​ຝັ່ງ​ເຊ​ລະ​ນອງ, ຈາກ​ນີ້ຍັງ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດຕໍ່ສັງຄົມ​ທັງ​ສ້າງລາຍ​ຮັບ​ໃຫ້​ອົງການ​ປົກຄອງ​​ແລະ​ປະຊາຊົນ​ທ້ອງ​ຖິ່ນ​ເປັນ​ຕົ້ນ​ການ​ປ້ອງ​ກັນ​ນ້ຳ​ຖ້ວມ, ພັດທະນາ​ຂະ​ແໜງການທ່ອງທ່ຽວ​,​ຂະ​ແໜງ​ການ​ປະມົງ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ