ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດຈີນ​​ຈະ​ຢ້ຽມຢາມ​ອິນ​ເດຍ
2016-08-09 17:01:03  cri 
ວັນ​ທີ 9 ສິງຫາ​ນີ້, ​ທ່ານ​ນາງ ຮວ້າຊຸ່ນຢີງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ຢ້ຽມຢາມ​ອິນ​ເດຍຢ່າງ​ເປັນ​ທາງ​ການ​ໃນ​ອາທິດ​ນີ້ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​​ເຫັນ​ກ່ຽວ​ກັບ​ການ​ຈະ​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວ G20 ​ແລະ ກອງ​ປະຊຸມ​​ເຈລະ​ຈາ​ຜູ້ນຳ​ປະ​ເທດ​ບຣິກສ໌​ໃຫ້​ດີ ລວມທັງ​ການ​ເຕົ້າ​ໂຮມ​ສະຕິ​ປັນຍາ​ແລະ​ຊຸກຍູ້​​ກອງ​ປະຊຸມ​ສຸດ​ຍອດ​​ໃຫ້​ປະສົບ​ຜົນ​ສຳ​ເລັດ.

ທ່ານ​ນາງ ຮວ້າຊຸ່ນຢີງ ກ່າວ​ວ່າ: ​ຈີນ​ແລະ​ອິນ​ເດຍ​ໃນຖານະ​ເປັນ​ປະ​ເທດ​ທີ່​ພວມ​ພັດທະນາ​ແລະ​ປະ​ເທດ​ທີ່​ຈະ​ເລີ​ນ​ໃໝ່​​ໃຫຍ່​ທີ່​ສຸດ ແລະ​ຈີນ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວກຸ່ມ G20 ​​ໃນ​ເດືອນໜ້າ, ຂະນະ​ທີ່ອິນ​ເດຍກໍຈະ​ຈັດ​ກອງ​ປະຊຸມ​ເຈລະຈາ​ຜູ້ນຳ​ປະ​ເທດ​ບຣິກສ໌​ໃນ​ເດືອນ​ຕຸລາ​ປີ​ນີ້. ຈຸດປະສົງ​ສຳຄັນຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ​ຫວາງ​ຢີ້​ໃນ​ຄັ້ງ​ນີ້​ກໍເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ອິນ​ເດຍກ່ຽວ​ກັບ​ການ​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ສຳຄັນ​ສອງ​ຄັ້ງດັ່ງກ່າວ​ໃຫ້​ດີ, ​ເຕົ້າ​ໂຮມ​ສະຕິ​ປັນຍາ,ຊຸກຍູ້​ກອງ​ປະຊຸມ​ສຸດ​ຍອດ​ໃຫ້​ປະສົບ​ຜົນສຳ​ເລັດ.

ທ່ານ​ນາງ ຮວ້າຊຸ່ນຢີງ ກ່າວ​ຕື່ມ​ວ່າ: ​ນອກນີ້​ຍັງ​ຈະປະສານ​ງານ​ກັບ​ອິນ​ເດຍຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການຈະຈັດ​ຕັ້ງ​ປະຕິບັດ​ຄວາມ​​​ເປັນ​ເອກ​ະພາບ​ລະຫວ່າງ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງ​ໆ​ແນວ​ໃດ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສືບ​ຕໍ່​ພັດທະນາ​ໄປ​ຕາມ​ທິດ​ທາງ​ທີ່​ຄາດ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ