ລາວ​ແລະ​ຫວຽດນາມ​ກຽມ​ກໍ່​ສ້າງ​ທາງ​ດ່ວນ​ວຽງ​ຈັນ-ຮາ​ໂນ້ຍ
2016-08-09 17:00:32  cri 
​ເວັບ​ໄຊ Voice of Vietnam ​ລາຍ​ງານ​ວ່າ: ​ໃນ​ອາທິດ​ແລ້ວ​ນີ້​ຢູ່​ເມືອງ​ວິງ​ຂອງ​ຫວຽດນາມ, ກະຊວງ​ໂຍທາ​ທິການ​​ແລະ​ຂົນ​ສົ່ງ​ລາວ​ແລະ​ກະຊວງ​​ຄົມມະນາຄົມຂົນ​ສົ່ງ​ຫວຽດນາມ​ໄດ້​ເປັນ​ເອກະສັນກັນ​ກ່ຽວ​ກັບ​ແຜນການ​ກໍ່ສ້າງທາງ​ດ່ວນ​ແຕ່​ນະຄອນຫຼວງ​ວຽງ​ຈັນ​ຫາ​ນະຄອນຫຼວງ​ຮາ​ໂນ້ຍ.

ຂ່າວ​ແຈ້ງວ່າ, ຕາມ​ແຜນການ​ກໍ່ສ້າງ​, ທາງ​ດ່ວນ​ດັ່ງກ່າວ​ຍາວ 750 ກິ​ໂລ​ແມັດ, ​ໂດຍ​ລົດ​ສາມາດ​ແລ່ນ​ດ້ວຍຄວາມ​ໄວ​ 80-120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ​ແລະຄາດ​ວ່າຈະລົງທຶນຫຼາຍ​ກວ່າ 9 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ.

ທ່ານ​ເລ​ດິງທໍ ຮອງ​ລັດຖະມົນຕີ​ກະຊວງ​​ຄົມມະນາຄົມຂົນ​ສົ່ງຫວຽດນາມ​ກ່າວ​ວ່າ, ການ​ກໍ່ສ້າງ​ທາງ​ດ່ວນ​ດັ່ງກ່າວ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ປະຕິບັດ​ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ແລະ​ສັນຍາ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ. ສະ​ນັ້ນ, ສອງ​ຝ່າຍ​ຄວນ​ພິຈາລະນາຢ່າງ​ລະອຽດ​​ເຊັ່ນ​ຈຸດ​ຜ່ານ, ຂະໜາດ​, ມູນ​ຄ່າ​ການ​ລົງທຶນ​ແລະ​ອື່ນໆ, ​ເພື່ອ​ປັບປຸງ​​ແຜນການ​ໃຫ້​ສົມບູນ​​ໂດຍ​ໄວ. ​ແລະ​ສະ​ເໜີ​ແຜນການ​ກໍ່ສ້າງ​ທາງ​ດ່ວນ​ດັ່ງກ່າວ​​ໃຫ້​ລັດຖະບານ​ສອງ​ປະ​ເທດ​ພິຈາລະນາ​ໃນ​ຕົ້ນ​ເດືອນ​​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ