ຖະ​ແຫຼ​ງຂ່າວງານ​ວາງສະ​ແດງ​ຈີນ-ອາ​ຊຽນຄັ້ງ​ທີ 13 ຢູ່​ໄທ
2016-08-10 17:10:46  cri 
ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ​ຂອງ​ຈີນໃຫ້​ຮູ້ວ່າ: ການ​ຖະ​ແຫຼ​ງຂ່າວງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 13 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ປະ​ເທດໄທ​ໃນ​ວັນ​ທີ 9 ສິງຫາ​ນີ້ ​ໂດຍທ່ານ ຈ່າງ​ ​ເພີ້​ຍຕຸ່ງ ທີ່​ປຶກສາ​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ​ສະຖານທູດ​ຈີນ​ປະຈຳ​ໄທ, ​ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ງານ​ວາງສະ​ແດງກົມສົ່ງ​ເສີມ​ການ​ຄ້າ​ສາກົນ​ຂອງ​ກະຊວງ​ການ​ຄ້າ​ໄທ​ແລະ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງໄດ້​ເຂົ້າ​ຮ່ວມລວມທັງຜູ້ຕາງໜ້າ​ສະມາຄົມ​ການ​ຄ້າ​ທີ່ສຳຄັນ​ຂອງ​ໄທ, ນັກ​ວິ​ສາ​ຫະກິດ​ທີ່​ມີ​ຊື່​ສຽງ​ຈຳນວນ​ໜຶ່ງກໍ​​ໄດ້​ເຂົ້າ​ຮ່ວມ​ເຊັ່ນ​ດຽວ​ກັນ.

ງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 13 ​​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ ສປ ຈີນ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 14 ກັນຍາ​ປີ​ນີ້. ປັດຈຸບັນ​ມີ 65 ​ຄະນະ​ແລະ​ອົງການ​ຈັດ​ຕັ້ງ​ຈາກ​ປະ​ເທດ​ໃນ​ອາ​ຊຽນ​ແຈ້ງ​ເຈດ​ຈຳນົງ​ເຂົ້າ​ຮ່ວມ​ແລະຄາດ​ວ່າ​ຈະ​ມີ​ປະ​ເທດ​ນອກ​ພາກ​ພື້ນ 31 ປະ​ເທດ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ. ຂະນະ​ທີ່ມາ​ຮອດ​ທ້າຍ​ເດືອນ​ພຶດສະພາ​ປີ​ນີ້, ການ​ລົງທຶນລະຫວ່າງ​ຈີນ-ອາ​ຊຽນໄດ້​ມີ​ມູນ​ຄ່າຫຼາຍ​ກວ່າ 160 ຕື້​ໂດ​ລາ​ສະຫະລັດ ​ເຊິ່ງອາຊຽນ​ໄດ້​ກາຍ​ເປັນ​ຈຸດໝາຍ​ປາຍທາງ​ທີ່​ສຳຄັນ​ຂອງ​ນັກທຸລະກິດຈີນ​ໃນ​ການ​​ໄປລົງທຶນ​ຢູ່​ຕ່າງປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ