ລູກ​​ແຝດສາມ​​ຢູ່​ອຽກລັງ​ທີ່​ສວຍ​ງາມ
2016-08-11 15:49:57  cri 

ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຢູ່​ດັບ​ບຼິນປະເທດ​ອຽກລັງ​ມີ​ລູກແຝດ​ສາມ​ເຊິ່ງອາດ​ຈະ​ແມ່ນ​​ເອື້ອຍນ້ອງກັນໂດຍມີຫຸ່ນ​ຄ້າຍຄື​ກັນ​ທີ່​ສຸດ​ຢູ່​ໃນ​ໂລກ. ພວກ​ເຂົາ​ຜູ້​ໜຶ່ງ​ຊື່ວ່າ​ລາຣາ,ຜູ້​ສອງ​ຊື່​ນີ​ໂຄ​ລາ​ແລະ​ຜູ້​ສາມ​ຊື່​ອາລີ​ຊອນ ​ໂດຍ​ປີ​ນີ້​ມີ​ອາຍຸ 29 ປີ ​ແລະ​ທັງ​ສາມ​​ລ້ວນ​ແຕ່​ເປັນ​ນາງ​ແບບ. ຈຸດ​ເດັ່ນ​ຂອງ​ພວກ​ເຂົາ​ຄື​ມີ​ນ້ຳໜັກ​ເທົ່າ​ກັນ,ຊົງ​ຜົມ​ດຽວ​ກັນ​ລວມທັງ​ຂະໜາດ​ເອິກ,​ແອວ​ແລະ​ສະ​ໂພ​ກກໍ​ເທົ່າ​ກັນ. ນາງ​ລາຣາ ຜູ້​ເປັນ​ເອື້ອຍ​ເວົ້າ​ວ່າ: "​ເປັນ​ຍ້ອນພວກ​ເຮົາ​ດຳລົງ​ຊີວິດ​​ແບບ​ດຽວ​ກັນ ​ພວກ​ເຮົາ​​ຈຶ່ງເໝືອນ​​ເປັນ​ດັ່ງ​ດຽວ​ກັນ, ພວກ​ເຮົາ​ດີ​ໃຈ​ຫຼາຍ."
1 2 3 4 5 6 7 8 9 10
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ