ກອງປະຊຸມຄະນະກຳມະການ ຜູ້ຕາງໜ້າຖາວອນ ປະຈຳອາຊຽນ ຄັ້ງທີ 12
2016-08-11 16:56:22  cri 
  ຂປລ. ກອງ​ປະຊຸມ​ ຄະນະ​ກຳມະການ ຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ຄັ້ງ​ທີ 12 (12/2016 CPR Meeting ) ​ໄດ້​ມີຂຶ້ນ​ໃນ​ວັນ​ທີ 10 ສິງຫານີ້ທີ່​ນະຄອນຫລວງ​ວຽງຈັນ, ໂດຍ​ການ​​ເປັນ​ປະທານ​ຂອງ​ທ່ານ ລັດສະໜີ ​ແກ້ວມະນີ, ​ເອກ​ອັກຄະ​ລັດຖະທູດ, ​ຜູ້ຕາງໜ້າຖາວອນ ​ແຫ່ງ ສປປ ລາວ ປະຈຳ​ອາຊຽນ ​ແລະ​ເອກ​ອັກຄະ​ລັດຖະທູດ, ຜູ້​ຕາງໜ້າຖາວອນ​ 10 ປະ​ເທດ ສະມາຊິກ​ອາຊຽນ, ຮອງ​ເລຂາ ທິການ​ໃຫຍ່​ອາ​ຊຽນ ຝ່າຍ​ການ​ເມືອງ-ຄວາມ​ໝັ້ນຄົງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

  ຈຸດປະ​ສົງ​ ຂອງ​ກອງ​ປະຊຸມຄັ້ງ​ນີ້, ​ແມ່ນ​ເລັ່ງ​​ໃສ່ກະກຽມດ້ານ​ເນື້ອ​ໃນ​ ໃຫ້​ແກ່ບັນດາກອງ​ປະຊຸມ​ ເຈົ້າໜ້າທີ່​ອາວຸ​ໂສ, ກອງ​ປະຊຸມ​ ສະພາ​ປະສານ​ງານ​ອາຊຽນ (ACC) ກອງ​ປະຊຸມ ​ສຸດ​ຍອດ​ອາຊຽນຄັ້ງ​ທີ 28-29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ກັບປະ​ເທດ​ຄູ່​ເຈລະຈາ, ​ເຊິ່ງຈະ​ຈັດ​ຂຶ້ນ ລະຫວ່າງ 6-8 ກັນຍາ 2016 ທີ່​ນະຄອນຫລວງ​ວຽງຈັນ. ກອງ​ປະຊຸມ​ ຄະນະ​ກຳມະການ ຜູ້ຕາງໜ້າຖາວອນ ປະຈຳ​ອາຊຽນ ​ແມ່ນ​ກົນ​ໄກໜຶ່ງ ຂອງ​ອາຊຽນ ​ເຊິ່ງພາລະ​ບົດບາດຫລັກ​ ໃນ​ການ​ເປັນ​ເສນາ​ທິການ​ໃຫ້​ແກ່​ກອງ​ປະຊຸມ ລະດັບ​ເຈົ້າໜ້າທີ່​ ອາວຸ​ໂສອາຊຽນ, ກອງ​ປະຊຸມ ​ລະດັບ​ລັດຖະມົນຕີ ​ແລະ ກອງ​ປະຊຸມ​ ລະດັບ​ສຸດ​ຍອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ