​​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ກ່າວ​ວ່າ ​ເຫດການ​ລະ​ເບີດ​ອາດ​ຈະ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ການ​ປ່ອນ​ບັດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່
2016-08-13 14:33:35  cri 
ວັນ​ທີ 12 ສິງຫາ​ນີ້,ທ່ານຈັກ​ທິບ ​ໄຊ​ຈິນດາ ​ຜູ້​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​ໄທກ່າວວ່າ: ​ເຫດການ​ໂຈມ​ຕີ​ດ້ວຍ​ການລະ​ເບີດ​ທີ່​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ອາດ​ຈະ​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ການ​ປ່ອນ​ບັດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ​ເພາະ​ວ່າ​ຈັງ​ຫວັດ​ທີ່​ໄດ້​ເກີດ​ເຫດການ​ລະ​ເບີດ​ລ້ວນ​ແຕ່​ໄດ້​ສະໜັບສະໜູນ​ການ​ຮັບຮອງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໃນ​ການ​ປ່ອນ​ບັດ.

ແຕ່​ວັນ​ທີ 11 ຫາ​ວັນ​ທີ 12 ສິງຫາ​ນີ້,​ໄດ້​ເກີດ​ເຫດການ​ລະ​ເບີດຢູ່​ຫຼາຍ​ຈັງຫວັດ​ທາງ​ພາກ​ໃຕ້​ໄທ,​ເຮັດ​​ໃຫ້​ເສຍ​ຊີວິດຢ່າງ​ໜ້ອຍ 4 ຄົນ,ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ໄດ້​ຢືນຢັນວ່າ​ເຫດການ​ລະ​ເບີດ​ເຫຼົ່າ​ນີ້​ບໍ່​ແມ່ນ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ,​ແລະ​ກ່າວ​ວ່າ ຜູ້​ຕ້ອງ​ຫາ​ສອງ​ຄົນທີ່​ໄດ້​ຖືກ​ຈັບ​ຕົວ​ນັ້ນ​ບໍ່​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ອິດ​ທິກຳລັງ​ແບ່ງ​ແຍກທີ່ຢູ່​ພາກ​ໃຕ້​​ໄທ.

ວັນ​ທີ 7 ສິງຫາ​ນີ້,​ໄທ​ໄດ້​ຈັດການ​ປ່ອນ​ບັດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່. ຮ່າງ​ລັດຖະທຳ​ມະນູນ​ສະບັບດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ,​ແລະ​ຈະ​ໃຊ້​ແທນ​ລັດຖະທຳ​ມະນູນ​ຊົ່ວຄາວ​ທີ່​ໄດ້​ຮັບ​ການ​ນຳ​ໃຊ້​ພາຍຫຼັງລັດຖະປະຫານ​ປີ 2014, ​​​​ເນື້ອ​ໃນ​ໃຈກາງ​ແລະ​ຈິດ​ໃຈ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ການ​ອອກ​ແບບ​ຂອງ​ລັດຖະບານ​ປຣະຍຸດ ຈັນ​ໂອຊາ​ທີ່​ມີ​ຕໍ່​ລະບົບ​ການ​ເລືອກ​ຕັ້ງ​​ແລະ​​ໂຄງປະກອບ​ການ​ເມືອງຂອງ​ໄທ​ໃນ​ອະນາຄົດ.

ວັນ​ທີ 12 ສິງຫາ​ນີ້, ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຜ່ານ​ໂຄສົກ ​ໂດຍ​ໄດ້​ກ່າວ​ປະນາມ​ເຫດການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ຂອງ​ໄທ, ​ແລະ​ຫວັງ​ວ່າ​ຈະ​ລົງ​ໂທດ​ຜູ້​ກໍ່​ເຫດການ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ