ທ່ານ​ນາງອອງຊານ​ຊູຈີ​ພົບ​ປະ​ກັບ​ທ່ານ​ຊົ້ງ​ທ່າວ
2016-08-13 15:47:33  cri 
ວັນ​ທີ 11 ສິງຫາ​ນີ້, ຢູ່​ນະຄອນຫຼວງ​ເນ​ບີ​ດໍ, ທ່ານ​ນາງອອງຊານ​ຊູ​ຈີ, ປະທານ​ສະຫະພັນ​ປະຊາທິປະ​ໄຕ​ແຫ່ງ​ຊາດ​ມຽນມາ, ທີ່​ປຶກສາ​ວຽກ​ງານ​ແຫ່ງ​ລັດ​ມຽນມາ ​ໄດ້ພົບ​ປະ​ກັບ​ທ່ານ​ຊົ້ງ​ທ່າວ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ​ກອມ​ມູນິດ​ຈີນ.

ທ່ານ​ຊົ້ງ​ທ່າວ​ກ່າວ​ວ່າ, ປະຊາຊົນ​ຈີນ​ກັບ​ປະຊາຊົນ​ມຽນມາ​ມີ​​ໄມຕີ​ຈິດ​ມິດຕະພາບ​ທີ່ເລິກ​ເຊິ່ງປານ​ອ້າຍ​ກັບ​ນ້ອງ, ການ​ຂະ​ຫຍາ​ຍການ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ມຽນມາ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງສອງ​ປະ​ເທດ. ຈີນ​ສະໜັບສະໜູນ​ມຽນມາ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ທີ່​ສອດ​ຄ່ອງ​ກັບ​ສະພາບ​​ແຫ່ງ​ຊາດ​ຂອງ​ປະ​ເທດ​ຕົນ, ຍິນ​ດີ​ອຳນວຍ​ຄວາມຊ່ວຍ​ເຫຼືອ​ໃຫ້​ແກ່​ມຽນ​ມາ​ໃນ​ການ​ພັດທະນາ​ແລະການ​ຮັກສາ​ຄວາມ​ໝັ້ນຄົງ​. ຫວັງ​ວ່າ, ພັກ​ກຳ​ອຳນາດ​ຂອງ​ສອງ​ປະ​ເທດ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື, ຊຸກຍູ້​ໃຫ້​ກາ​ນພົວພັນ​ລະຫວ່າງສອງ​ປະ​ເທດ​ຂະຫຍາຍຕົວ​ດີກ​ວ່າ​ເກົ່າ.
ທ່ານ​ນາງ​ອອງຊານ​ຊູຈີ​ກ່າວ​ວ່າ, ມຽນມາ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງນຳ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ມຽນມາ​ກັບ​ຈີນ, ຄອງ​ຄອຍ​ຈະ​ເດີນທາງໄປ​ຢ້ຽມຢາມ​ຈີນ​ໃນ​​ໄວໆ​ນີ້ ​ແລະຈະ​ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດຕື່ມ​ອີກ. ສະຫະພັນ​ປະຊາທິປະ​ໄຕ​ຍິນ​ດີ​ລົງ​ເລິກການ​ໄປມາຫາສູ່​ກັນ​ກັບ​ພັກ​ກອມ​ມູນິດ​ຈີນ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ