ການທ່ອງທ່ຽວ​ກາຍ​ເປັນ " ​ກຳລັງອັນ​ແຂງ​ແຮງ " ທີ່​ຊຸກ​ຍູ້​ເສດຖະກິດ​ເຕີບ​ໂຕ​ແລະຫັນ​ປ່ຽນ​ຮູບການ​ພັດທະນາ​ເສດຖະກິດ
2016-08-14 15:19:20  cri 

​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ​ຂະ​ແໜງການທ່ອງທ່ຽວ​ຈີນ​ໝູນ​ເດີນ​ຢ່າງ​ໝັ້ນ​ທ່ຽງ, ການ​ບໍລິ​ໂພ​ກ​ແລະ​ການ​ລົງທຶນດ້ານ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດດີ​ຂຶ້ນ​ໂດຍ​ລວມ, ​ໂດຍ​ນັກທ່ອງທ່ຽວ​ຕ່າງປະ​ເທດເຂົ້າມາ​ທ່ຽວປະ​ເທດ​ຈີນໄດ້ບັນລຸການເຕີບໂຕຢ່າງຕໍ່ເນື້ອງໃນ 6 ໄຕມາດ. ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການທ່ອງທ່ຽວແຫ່ງຊາດຈີນກ່າວວ່າ, ຂະ​ແໜງການທ່ອງທ່ຽວພວມກາຍເປັນ " ກຳລັງອັນ​ແຂງ​ແຮງ " ທີ່​ຊຸກ​ຍູ້​ເສດຖະກິດ​​ໃຫ້ເຕີບ​ໂຕ, ຫັນ​ປ່ຽນ​ຮູບການ​ພັດທະນາ​ຍົກລະດັບ, ການ​ປະກອບ​ອາຊີບ​ແລະບັນລຸການປະດິດສ້າງໃໝ່.

ຕາມການສຳຫຼວດ, ໄຕມາດທີ 3 ປີນີ້, ຄວາມປາຖະໜາທີ່ໄປທ່ອງທ່ຽວຂອງໍ​ຊາ​ວ​ເມືອງ​ແມ່ນ 83,02%, ຫຼາຍ​ກວ່າ​ໄຕ​ມາດ​ທີ 2. ພາຍ​ໃຕ້​ການ​ຊຸກ​ຍູ້​ຂອງ​ປັດ​​ໄຈ​ຕ່າງໆ​ຄື​ພັກ​ຮຽນ​ຍາມ​ຮ້ອນ, ຍາມພັກ​ວັນຊາດ, ວັນພັກ​ບຸນ​ໄຫວ້​ພະຈັນ, ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້, ຕະຫຼາດ​ທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ມີ​ຫວັງ​ຈະຮັກສາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ. ຄາດວ່າ​ປີ​ນີ້, ຈຳນວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈະບັນລຸ​ເຖິງ 4 ຕື້ 400 ລ້ານ​​ເທື່ອຄົນ, ​​ເພີ່ມ​ຂຶ້ນ​ປະ​ມານ 10% ; ຂະນະ​ທີ່ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​ແລະ​ອອກປະ​ເທດ​ຈະ​ເພີ່ມ​ຂຶ້ນ​ປະ​ມານ 4%, ລາຍ​​ໄດ້​ຈາກການທ່ອງທ່ຽວ​ສາກົນ​ເພີ່ມ​ຂຶ້ນປະມານ 5%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ