ຊ່າງ​ຖ່າຍຮູບ​ອາ​ເມ​ລິ​ກາດັງ​ຫຼັງ​ໂພສຮູບ​ລູກ​ຕົນ "​ເຂົ້າ​ຮ່ວມ" ກິລາໂອ​ລິ​ມປິກ​
2016-08-15 17:01:16  cri 

ມະຫະກຳ​ກິລາ​ໂອລິ​ມປິກຣີ​ໂອ​ທີ່ກຳລັງ​ແຂ່ງຂັນ​ຢ່າງ​​ເຂັ້ມ​ຂຸ້ນ​ນັ້ນ​ໄດ້​ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ທ່ານ​Alan Lawrence ຊ່າງ​ຖ່າຍຮູບຢູ່ລັດ​ຢູທາ​ສະຫະລັດ​ອາ​ເມ​ລິ​ກາ​ໂດຍເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ໄດ້​ໂພສຮູບ​ຖ່າຍ​ລູກ​ທີ່​ແສນ​ຮັກ​ຂອງ​ຕົນ​ທີ່​ມີ​ອາຍຸ 1 ປີ​ໃນ​ການ​ "​ເຂົ້າ​ຮ່ວມ"ການ​ແຂ່ງຂັນ​ກິລາ​ໂອ​ລິມປິກ​ປະ​ເພດ​ຕ່າງໆ​​ໃນ​ສື່​ສັງຄົມ​ອ໋ອນ​ລາຍໂດຍ​ໄດ້​ຮັບ​ຄວາມ​ນິຍົມ​ແລະ​ກົດ​ໄລ​ຈາກ​ຊາວ​ອິນ​ເຕີ​ເນັດ​ຢ່າງ​ຫຼວງຫຼາຍ.

ໃນ​ໂອກາດ​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ, ທ່ານ​Alan Lawrence ບອກ​ວ່າ: ຍາມ​ຍັງ​ນ້ອຍ,ຂ້ອຍບໍ່​ສາມາດ​ເບິ່ງ​ໂອ​ລິ​ມປິກ​ເນື່ອງ​ຈາກ​ເງື່ອນ​ໄຂ​ຂອງ​ຄອບຄົວຈຳກັດ. ​ແຕ່​ຕໍ່​ມາ, ກໍໂຊກ​ດີທີ່​ມີ​ໂອກາດໄດ້​ເດີນທາງ​ໄປ​ເບິ່ງ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ2002​ທີ່​ຈັດ​ຂຶ້ນ​ຢູ່​ເມືອງSalt Lakeລັດ​ຢູທາ​ໂດຍສ້າງ​ຄວາມປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງຈາກ​ຄວາມ​ເຂັ້ມ​ຂຸ້ນຂອງ​ການ​ແຂ່ງຂັນ​ແລະ​ຄວາມ​ກະຕືລື​ລົ້ນ​ຂອງ​ແຟນກິລາ. ຕົນ​ໄດ້​ໂພສຮູບ​ຖ່າຍ PS ກ່ຽວ​ກັບ​ລູກນ້ອຍ​ "​ເຂົ້າ​ຮ່ວມ"ການ​ແຂ່ງຂັນ​ກິລາໂອ​ລິ​ມປິກນັ້ນ​ກໍ​ເພື່ອ​ເຮັດ​ໃຫ້​ຄອບຄົວ​ແລະ​ເດັກ​ນ້ອຍ​ທີ່​ບໍ່​ມີ​ໂອກາດ​ໄປ​ເບິ່ງກິລາ​ໂອ​ລິ​ມປິກ​ນັ້ນຮູ້​ລາຍການ​ແຂ່ງຂັນ​ທຸກ​ປະ​ເພດ​ໃນ​ໂອ​ລິ​ມປິກ.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ