ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຄັ້ງ​ທີ 11 ​ແລະ​ການພົບ​ປະ​ບໍ່​ເປັນ​ທາງ​ການ​ຜູ້ນຳ​ປະ​ເທດ​ບຣິກສ໌​ຈະຈັດ​ຂຶ້ນ​ຢູ່​ຫັງ​ໂຈ່​ວ
2016-08-15 11:49:47  cri 
ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 15 ສິງຫາ​ນີ້​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ກຸ່ມ 20 ປະ​ເທດ​ຫຼື G20 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງ ສປ ຈີນ​​ແຕ່​ວັນ​ທີ 4 ຫາ​ວັນ​ທີ 5 ​ເດືອນໜ້າ​ນີ້ ​ໂດຍ​ເນັ້ນ​ຫົວ​ຂໍ້​ "ການ​ພັດທະນາ​ເສດຖະກິດ​ໂລກ​ທີ່​ມີການ​ປະດິດ​ສ້າງ​ໃໝ່,ຄວາມມີ​ຊີວິດ​ຊີວາ,ມີ​ບົດບາດ​ຊຸກຍູ້ກັນ​ແລະກວມ​ລວມ". ຜູ້ນຳ​ປະ​ເທດ​ສະມາຊິກ​ G20 ​ແລະ ປະ​ເທດກິ​ຕິ​ມະ​ສັກກໍ​ຄື​ເຈົ້າ​ໜ້າ​ທີ່​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ. ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ແລະ​ເປັນ​ປະທານ​ກອງ​ປະຊຸມ ພ້ອມ​ທັງ​ເຂົ້າ​ຮ່ວມ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຜູ້ນຳ​ປະ​ເທດ​ບຣິກສ໌​ແລະ​ກິດຈະກຳ​ທີ່​ກ່ຽວຂ້ອງ​ອື່ນໆ.

ນອກຈາກ​ນັ້ນ,ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການຄ້າ​ G20 ກໍຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວແຕ່​ວັນ​ທີ 3 ຫາ​ວັນ​ທີ 4 ​ເດືອນໜ້າ​ນີ້​ເຊັ່ນ​ກັນ ​ໂດຍທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​​ແລະ​ກ່າວ​ປາ​ໄສ​ທີ່​ສຳຄັນ​ໃນ​ພິທີ​ໄຂກອງ​ປະຊຸມ. ຜູ້ນຳ​ປະ​ເທດ​ສະມາຊິກ​ G20 ​ແລະ ປະ​ເທດກິ​ຕິ​ມະ​ສັກ​ກໍ​ຄື​ເຈົ້າ​ໜ້າ​ທີ່​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້ອງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕາມຄຳ​ເຊີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ