ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກ່ຽວ​ກັບ​ການ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຄັ້ງ​ທີ 13 ​ຈັດ​ຂຶ້ນ​ຢູ່​​ເມືອງໝັ້ນ​ໂຈ່​ວລີສປຈີນ
2016-08-16 16:54:32  cri 
  ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ລາຍ​ງານ​ວ່າ: ​ໃນວັນ​ທີ 15-16 ສິງຫາ​ນີ້​​ຢູ່ເມືອງໝັ້ນ​ໂຈ່​ວລີ​, ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນໄດ້​ຮ່ວມກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ກ່ຽວ​ກັບ​ການ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຄັ້ງ​ທີ 13 ​ແລະ​ກອງ​ປະຊຸມໜ່ວຍ​ງານ​ປະສົມ​ຄັ້ງ​ທີ 18.

  ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງ​ປະ​ເທດຈີນ-ອາ​ຊຽນ​ແລະ​ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນ​ໂດຍ​ຜູ້​ເຂົ້າ​ຮ່ວມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼ​ງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ​ກໍ​ຄື​ປຶກສາ​ຫາລື "​ກົດ​ລະບຽບແຫ່ງ​ການ​ປະພຶດຢູ່​ທະ​ເລ​ຈີນ​ໃຕ້" ​ແລະ​ຫົວ​ຂໍ້​ອື່ນໆຢ່າງ​ເລິກ​ເຊິ່ງ​​ແລະໄດ້​ຮັບ​ໝາກຜົນ​ຢ່າງ​ຕັ້ງໜ້າ.

  ໂອກາດ​ດັ່ງກ່າວ, ຝ່າຍ​ຕ່າງໆ​ໄດ້​ກ່າວ​ຢ້ຳຈະ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມທັງເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະກຳຈັດ​ສິ່ງ​ກີດຂວາງ​ເພື່ອ​ສຸມ​ໃສ່​​ສ້າງ​ທະ​ເລ​ຈີນ​ໃຕ້​ເປັນ​ທະ​ເລ​ແຫ່ງ​ສັນຕິພາບ, ມິດຕະພາບ​ແລະ​ການ​ຮ່ວມ​ມື. ນອກ​ນີ້, ຍັງ​ຍິນ​ດີ​ຖື​ເອົາກ​ອງປະຊຸມ​ສຸດ​ຍອດ​ເພື່ອ​ລະນຶກ​ຈີນ-ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ​ເປັນ​ໂອກາດ, ລົງ​ເລິກ​ການ​ຮ່ວມ​ມື​ ເພື່ອ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງຈີນ-ອາ​ຊຽນ​ໃຫ້​ໄດ້​ຮັບ​ການ​ພັດທະນາກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ