ຂຸມ​ບໍ່​​ແຮ່ທີ່​ມີ​ມູນ​ຄ່າ​ສູງ​ສຸດ​ໃນ​ໂລກ
2016-08-17 15:37:06  cri 

ສື່​ຕ່າງປະ​ເທດ​ລາຍ​ງານ​​ໃນ​ວັນ​ທີ 16 ສິງຫາ​ນີ້​ວ່າ: ຢູ່ຣັດ​ເຊຍ​ມີ​ຂຸມ​ເພັດ​ແຫ່ງ​ໜຶ່ງ​ທີ່​ມີ​ມູນ​ຄ່າ 13 ຕື້​ປອນ​ຫຼື​ປະມານ 16 ຕື້ 800 ລ້ານ​ໂດ​ລາ​ສະຫະລັດ. ​ເນື່ອງ​ຈາກ​ວ່າ​ຂຸມ​ດັ່ງກ່າວ​ໃຫຍ່​ໂພດຈົນ​ອາດຈະ​ກາຍ​ເປັນລົມ​ໝູນ​ດູດ​ເອົາ​ເຮືອບິນ​ທີ່​ບິນ​ຢູ່​ເທິງ​ຂຸມ​ນັ້ນ​ລົງຂຸມ​ໄດ້. ດ້ວຍ​ເຫດ​ນີ້, ອົງການ​ປົກຄອງ​ທ້ອງ​ຖິ່ນ​ດັ່ງກ່າວຈິ່ງ​ໄດ້​ປະກາດຫ້າມ​ບໍ່​ໃຫ້​ຍົນ​ເຮ​ລິ​ກົບ​ແຕບິນ​ຢູ່​ເທິງ​ຂຸມ​ດັ່ງກ່າວ​ເຊິ່ງຂຸມ​ໃຫຍ່​ດັ່ງກ່າວ​ນີ້​ເອີ້ນວ່າ "ຂຸ​ມ​ທີ່​ມີ​ມູນ​ຄ່າ​ສູງ​ສຸດ​ໃນ​ໂລກ."

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ