ເລື່ອນ​​ເວລາ​ບິນ​ຂອງຍານ​ບິນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ
2016-08-17 11:49:16  cri 


ຍານ​ບິນ Airlander 10 ​ໃຫຍ່​ທີ່​ສຸດ​ຂອງ​ໂລກທີ່​ອັງກິດຜະລິດ​​​ເຊິ່ງຕາມ​ກຳນົດ​ແລ້ວຈະ​ບິນ​ທົດ​ລອງ​ຄັ້ງ​ທຳ​ອິດ​ໃນວັນ​ທີ 14 ສິງຫາ​ນີ້​, ​ແຕ່ສຸດ​ທ້າຍ​ຕ້ອງ​ໄດ້ເລື່ອນ​ເວລາ​. ຂ່າວ​ແຈ້ງວ່າ: ຕາມກຳນົດ​ເດີມ, ຍານ​ບິນ​ທີ່​ຍາວ 92 ​ແມັດ​ລຳ​ນີ້​ຈະ​ບິນ​ຂຶ້ນ​ຈາກ​ສະໜາມ​ບິນ​ແຫ່ງ​ໜຶ່ງ​ຢູ່​ທາງ​ທິດ​ເໜືອ​​ລອນ​ດອນ, ​ແຕ່​​ເນື່ອງ​ຈາກປະສົບ​ບັນຫາ​ເຕັກນິກ​​ແລະ​ບໍ່​ສາມາດ​ສ້ອມ​ແປງ​ໄດ້​ຈຶ່ງ​ໄດ້​ເລື່ອນ​ເວລາບິນ. ສ່ວນການບິນ​​ຄັ້ງ​ຕໍ່​ໄປ​ນັ້ນຍັງ​ບໍ່​ສາມາດລະບຸ​ໄດ້​ຢ່າງ​ຈະ​ແຈ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ