ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ເອີຣົບຖືກ​ຈັບ​
2016-08-18 11:40:12  cri 
ວັນ​ທີ 17 ສິງຫາ​ນີ້, ທ່ານ ປະຕຣິກ ຮິ​ກ​ກີ ຊາວ​ອຽກລັງ ອາຍຸ 71 ປີທີ່ ​ເປັນ​ປະທານ​ຄະນະ​ກຳມະການໂອ​ລິ​ມປິກ​ເອີຣົບ​ໄດ້​ຖືກ​ຈັບ​ຢູ່ຣິ​ໂອ​ປະ​ເທດ​​ເບຣຊິນຫຼັງ​ຖືກ​ສົງ​ໄສ​ວ່າ​ມີ​ສ່ວນ​ຮ່ວມ​​ຂາຍ​ປີ້​ເຂົ້າ​ຊົມ​ການ​ແຂ່ງຂັນ​ຢ່າງ​ຜິ​ດກົດ​ໝາຍໂອ​ລິ​ມປິກ. ບໍລິສັດ​ກະຈາຍສຽງ​ອັງກິດຫຼື BBC ​ກ່າ​ວວ່າ​: ທ່ານ ຮິ​ກກີ ​ໄດ້​​ເປັນຄະນະ​ກຳມະການໂອ​ລິ​ມປິກ​ອຽກລັງ​ແຕ່​ປີ 1989 ​ເປັນ​ຕົ້ນ​ມາ ທັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ຄະນະ​ກຳມະການ​​ໂອລິ​ມປິກ​ເອີຣົບໃນ​ປີ 2006 ​​ແລະ​ເປັນ​ກຳ​ມະ​ການ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ​ ​ປີ 2012 ​ເຊິ່ງການ​ຈັບ​ກຸມ​ດັ່ງກ່າວ​ເປັນ​ຜົນ​ຈາກເຈົ້າ​ໜ້າ​ທີ່​ຕຳຫຼວດ​ເບຣຊິນ​ເກີດຄວາມ​ສົງ​ໄສ​ທ່ານ ຮິ​ກກີ ​ທີ່ໄດ້​ວາງອຸບາຍ​ຢ່າງ​ລັບ​ແລະ​ຊ່ວຍ​ການ​ຂາຍ​ປີ້​ເຂົ້າ​ຊົມ​​ຢ່າງ​ຜິດ​ກົດໝາຍ.

ໜັງສືພິມ The independent ຂອງ​ອັງກິດ​​ລາຍ​ງານ​ວ່າ: ປັດຈຸບັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເບຣຊິນ​ພວມ​ດຳ​ເນີນ​ການ​ສືບສວນ-ສອບ​ສວນ​ບັນຫາ​ປີ້​ເຂົ້າ​ຊົມ​ໂອ​ລິ​ມປິກຣິ​ໂອ 800 ​ໃບ ​ເຊິ່ງປີ້​ມື​ສ​ອງເຫຼົ່າ​ນີ້​ຖືກ​ຂາຍ​ດ້ວຍ​ລາຄາ​ແພງ. ຂ່າວ​ແຈ້ງວ່າ: ຜູ້​ຂາຍ​ປີ້​ເຫຼົ່າ​ນີ້​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ທ່ານ ​​ແຄ​ວິນ ມາ​ລອນ ຊາວອຽກລັງ​ທີ່ຮ່ວມ​ກັບ​ທ່ານ ຮິ​ກກີ ​ເຂົ້າ​ຮ່ວມ​ພິທີ​ໄຂ ຂະນະ​ທີ່ວັນ​ທີ 5 ສິງຫາ​ນີ້, ທ່ານ ມາ​ລອນ ​ໄດ້​ຖືກຮ້ອງ​ຟ້ອງ​ໃນ​ຂໍ້​ຫາ​ຂາຍ​ປີ້​​ເຂົ້າ​ຊົມຢ່າງ​ຜິດ​ກົດໝາຍ ​ແລະ​ຖືກ​ຕຳຫຼວດຈັບ​​ໃນ​ທີ່​ສຸດ. ກ່ອນ​ໜ້າ​ນີ້, ທ່ານ ຮິ​ກກີ ​ໄດ້​ປະຕິ​ເສດ​ການມີ​ສ່ວນ​ພົວພັນ​ກັບ​ການ​ຂາຍ​ປີ້​ຜິດ​ກົດໝາຍດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ