ແມ່ນົກ Want Want ກັບຄູ່ຂອງມັນເປັນຄອບຄົວນົກນ້ອຍທີ່ໄດ້ຮັບການປົກປ້ອງຢ່າງເປັນທາງການໃນໂອລິມປິກຣິໂອປີ 2016. ທັງນີ້ຢູ່ສະໜາມກິລາລາກວັາເຊິ່ງແມ່ນສະຖານທີ່ແຂ່ງຂັນເຮືອກາໃນແລະກາຢັກໃນໂອລິມປິກຄັ້ງນີ້ ພັດມີນົກນ້ອຍຄູ່ໜຶ່ງອາໄສຢູ່ເຂດແຄມທ່າເຮືອຍ່ານໃຕ້ ແລະຂະນະທີ່ Want Want ພວມຢູ່ໃນໄລຍະໄຂ່, ເຈົ້າໜ້າທີ່ຈຶ່ງໄດ້ອ້ອມຮົ້ວປົກປ້ອງ ພ້ອມທັງໄດ້ຫ້ອຍປ້າຍຕັກເຕືອນ "ຫ້າມບໍ່ໃຫ້ເຂົ້າເຂດນີ້".