ຊາວເມືອງເຊ​ອອງຈູ​​ບໍ່ພໍ​ໃຈ​ຕໍ່​ການ​ຕິດ​ຕັ້ງ THAAD
2016-08-18 15:35:19  cri 
ວັນ​ທີ 17 ສິງຫາ​ນີ້, ທ່ານ​ຮັນ​ມິນ​ໂກ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ​.ເກົາຫຼີ​ໄດ້​​ເດີນທາງໄປເມືອງເຊ​ອອງຈູ​ແຂວງ​ກິ​ອອງຊາງ​ບຸກ​ເຊິ່ງ​ເປັນ​ສະຖານ​ທີ່ທີ່​ຈະຕິດ​ຕັ້ງ​ລະບົບ THAAD, ​ແລະ​​ໄດ້​ຫາລື​ກັບ​ກັບ​ຜູ້ຕາງໜ້າ​​ປະຊາຊົນເມືອງເຊ​ອອງຈູ.

​ໃນການ​ຫາລືດັ່ງກ່າວ, ທ່ານ​ຮັນ​ມິນ​ໂກ​ໄດ້​ຂໍ​ອະ​ໄພ​ທີ່​ລັດຖະບານ​ບໍ່​ໄດ້​ແລກປ່ຽນ​ແລະ​ຫາລື​ກັບ​ປະຊາຊົນ​ກ່ອນ​ຈະ​ປະກາດ​ຕິດ​ຕັ້ງ​ລະບົບ THAAD, ​ແຕ່​ຂໍຢ້ຳມີຄວາມ​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງ​ ​ແລະ​​ເລືອກ​​ເອົາເມືອງເຊ​ອອງຈູ​ເປັນ​ສະຖານ​ທີ່​ຕິດ​ຕັ້ງ​ລະບົບ​ດັ່ງກ່າວ​ຈາກ​ນີ້, ຂໍຮຽກຮ້ອງ​ໃຫ້​ປະຊາຊົນ​​ເຂົ້າ​ໃຈ​ຕໍ່ການ​ຕັດສິນ​​ໃຈຂອງ​ລັດຖະບານ.

​​ແນວ​ໃດ​ກໍ​ດີຜູ້ຕາງໜ້າ​ຂອງ​ຄະນະ​ກຳມະການ​​ຄັດຄ້ານ​ການ​ຕິດ​ຕັ້ງ​ລະບົບ THAAD ຢູ່ເມືອງເຊ​ອອງຈູ​ໄດ້ຕຳນິ​ການ​ຕັດສິນ​ໃຈ​ຂອງ​ລັດຖະບານ, ທັງຮຽກຮ້ອງ​ໃຫ້​ລັດຖະບານ​ເປີ​ດ​​ເຜີຍ​ຂໍ້​ມູນ​ລະອຽດຕໍ່​ການ​​ເລືອກ​ບ່ອນ​ຕິດ​ຕັ້ງ​ລະບົບ​ດັ່ງກ່າວ. ຂະນະ​ດຽວ​ກັນ​ກໍຮຽກຮ້ອງ​ໃຫ້​ລັດຖະບານ​ຖອນ​ການ​ຕັດສິນ​​ໃຈ​ຕິດ​ຕັ້ງ​ລະບົບ THAAD ຢູ່ເມືອງເຊ​ອອງຈູ​ອີກ​ເທື່ອ​ໜຶ່ງ, ​ແຕ່ຄຳ​ຮຽກຮ້ອງ​ເຫຼົ່າ​ນີ້​ບໍ່​ໄດ້​ຮັບ​ການ​ຕອບຮັບ​ຈາກ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫຼີ​ແຕ່​ຢ່າງ​ໃດ.

ຈາ​ກການ​ທີ່​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ໃຫຍ່​ຫຼວງ, ສົ່ງ​ຜົນ​ໃຫ້ການ​ຫາລື​ບໍ່ປະສົບ​ຜົນສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ