ເຂດ​ພັດທະນາ​ໄຊ​ເສດ​ຖາ ສປປ ລາວ​ກາຍ​ເປັນ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຕ່າງປະ​ເທດ​ລະດັບ​ຊາດ​ຂອງ​ຈີນ
2016-08-19 16:28:41  cri 
    ວັນ​ທີ 18 ສິງຫາ​ນີ້, ​ເຂດ​ພັດທະນາ​ລວມ​ໄຊ​ເສດ​ຖານະ​ຄອນຫຼວງວຽງຈັນ ສປປ ລາວ ​ໄດ້​ກາຍ​ເປັນ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ຕ່າງປະ​ເທດ​ລະດັບ​ຊາດ​ຂອງ​ຈີນ​ຢ່າງ​ເປັນ​ທາງ​ການ, ກ່ອນໜ້າ​ນີ້​ບໍ່​ດົນ, ກະຊວງ​ການ​ຄ້າ ​ແລະ​ກະຊວງ​ການ​ເງິນ​ຂອງ​ຈີນ ​ໄດ້​ສົ່ງ​​ໃບຢັ້ງຢືນໃຫ້​ບໍລິສັດ​ລົງທຶນ​ຕ່າງ​ປະ​ເທດ​ແຂວງ​ຢູນນານ​ຈຳກັດ ທີ່​ເປັນ​ສາຂາ​ບໍລິສັດ​ທີ່​ລົງທຶນ​ທັງ​ໝົດ​ໂດຍ​ກຸ່ມ​ບໍລິສັດກໍ່ສ້າງ, ລົງທຶນ​ແລະ​ຄຸມ​ຫຸ້ນ​ແຂວງ​ຢູນນານ ​ໂດຍ​ຢືນຢັນ​ວ່າ ​ເຂດ​ພັດທະນາ​ລວມ​ໄຊ​ເສດ​ຖານະ​ຄອນຫຼວງວຽງຈັນ ສປປ ລາວ​ທີ່​ບໍລິສັດ​ດັ່ງກ່າວ​ລົງທຶນ​ກໍ່ສ້າງ​ນັ້ນ ຖືກຕ້ອງສອດຄ່ອງ​ກັບ​ຄວາມ​​ເປັນ​ຈິງ​ທຸກ​ປະການ.

    ເຂດ​ພັດທະນາ​ລວມ​ໄຊ​ເສດ​ຖາ ​ແມ່ນ​ໂຄງການ​ທີ່​ລັດຖະບານ​ສອງ​ປະ​ເທດ​ຈີນ-​ລາວຕົກລົງ​ຮ່ວມ​ກັນ​ ​ໂດຍ​ບໍລິສັດ​ລົງທຶນ​ຕ່າງ​ປະ​ເທດ​ແຂວງ​ຢູນນານ​ຈຳກັດ, ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ ​ແລະ​ອົງການ​ປົກຄອງ​ນະຄອນຫຼວງວຽງ​ຈັນ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ "ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ໂຄງການ​ພັດທະນາ​ລວມນະຄອນຫຼວງວຽງຈັນ​ສປປລາວ". ຂະນະ​ດຽວ​ກັນ, ​​ໃນເດືອນ​ພຶດສະພາ​ປີ 2016 ນີ້, ລັດຖະບານ​ສອງ​ປະ​ເທດ​ກໍ​ໄດ້​ລົງ​ນາມ​ໃນ "ຖະ​ແຫຼງການ​ຮ່ວມ​ຈີນ-​ລາວ" ຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ ​ໂດຍ​ລະບຸ​ຢ່າງ​ຈະ​ແຈ້ງວ່າ "ຈະ​ຊຸກຍູ້​ການ​ກໍ່ສ້າງ​ເຂດ​ພັດທະນາ​ລວມ​ໄຊ​ເສດ​ຖານະ​ຄອນຫຼວງວຽງ​ຈັນ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ