ລັດຖະບານ​ລາວ​ປະສົບບັນຫາ​ຂາດງົບປະມານ
2016-08-20 15:01:46  cri 
  ສື່​ມວນ​ຊົນ​ລາວ​ລາຍ​ງານ​ໃນ​ວັນ​ທີ 19 ສິງຫາ​ນີ້​ວ່າ, ​ເນື່ອງ​ຈາກ​ໃນ 10 ​ເດືອນ​ທຳ​ອິດ​ຂອງ​ສົກ​ປີ 2015-2016, ການ​ເກັບລາຍ​ຮັບການ​ເງິນຂອງ​ລັດຖະບານ​ປະ​ເທດ​ຕົນ​ໄດ້​ບັນລຸ​ພຽງ​ແຕ່ 74,52% ຕາມແຜນການຂອງສະພາ​ແຫ່ງ​ຊາດ ສົ່ງ​ຜົນ​ເຮັດ​ໃຫ້ການ​ປະຕິບັດງົບປະມານ​ປະສົບ​ຄວາມ​ຫຍຸ້ງຍາກແລະ​ບໍ່​ສາມາດ​ຕອບ​ສະໜອງ ​ຕາມຄວາມ​ຕ້ອງການດ້ານ​​​ລາຍຈ່າຍ​.

  ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີທັງເປັນ​ລັດຖະມົນຕີກະຊວງ​ການ​ເງິນ ສປປ ລາວ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ງົບປະມານ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ວຽງຈັນໃນວັນ​ທີ 17-19 ສິງຫາ​ນີ້ວ່າ, "ພວກ​ເຮົາ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ສ້າງລາຍ​ຮັບ​ໃນ 10 ​ເດືອນ​ຜ່ານ​ມາ, ຈາກ​ນີ້, ພາກສ່ວນ​ການ​ເງິນ​ຈະ​ຕ້ອງ​ພະຍາຍາມ​ປະຕິບັດ​ນະ​ໂຍບາຍ​ແລະ​ມາດ​ກະກາ​ນທີ່​ກຳນົດ​ໄວ້​ຢ່າງ​ເຂັ້ມ​ງວດກວ່າ​ເກົ່າ​ໃນ​ເວລາ​ທີ່​ເຫຼືອຂອງສົກ​ປີ​ນີ້." ຂະນະ​ດຽວ​ກັນ​ກໍ​ເນັ້ນ​ຄວາມ​ໂປ່​ງ​ໃສ​ແລະ​ຄວາມ​ໜ້າ​ເຊື່ອ​ຖືໃນ​ການ​ເກັບລາຍຮັບ​ກໍ​ຄືການ​ບໍລິຫານງົບປະມານ. ​ແນວ​ໃດ​ກໍ​ດີ, ກະຊວງ​ຕົນ​ຈະ​ສືບ​ຕໍ່​ຮຽກຮ້ອງ​ໃຫ້ບໍລິສັດ​ແລະລັດ​ວິ​ສາ​ຫະກິດ​ຕ່າງໆ​ປະຕິບັດ​ພັນທະການ​ເງິນ​ແລະ​ພາສີ​ອາກອນ.

  ໜັງສື​ພິມ ວຽງ​ຈັນທາມສ໌ ລາຍ​ງານ​ໃນວັນ​ທີ 18 ສິງຫາ​ນີ້​ວ່າ, ​ເພື່ອ​ເພີ່ມລາຍຮັບ​ການ​ເງິນ, ກະຊວງ​ການ​ເງິນ ສປປ ລາວ ພວມ​ພິຈາລະນາ​ຍົກ​ອັດຕາຄ່າອາກອນທີ່​ດິນ​ແລະການ​ນຳ​ໃຊ້​ຫົນທາງ​ໃຫ້​ສູງ​ຂຶ້ນ​ທັງ​ຍົກ​ລະດັບ​ແລະ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວຽງ​ການ​ເກັບສ່ວຍ​ສາ​ອາກອນ​ດ້ວຍ​ການ​ນຳ​ໃຊ້​ລະບົບ​ຊຳລະ​ສະ​ສາງເອເລັກໂຕຣນິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ