ລາວຈັດສຳມະນາວຽກງານຄວບຄຸມຢາສູບ
2016-08-20 16:55:49  cri 

  ຕອນເຊົ້າວັນທີ 19 ສິງຫາ ນີ້, ທີ່ນະຄອນຫຼວງວຽງຈັນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວລາວ ຮ່ວມກັບ ກະຊວງສາທາລະນະສຸກລາວ ແລະອົງການອະນາໄມໂລກ ໄດ້ຈັດການສຳມະນາໃຫ້ແກ່ສື່ມວນຊົນໃນຫົວຂໍ້ ວຽກງານຄວບຄຸມຢາສູບ,ໃຫ້ກຽດເປັນປະທານຮ່ວມຂອງທ່່ານດຣ. ບຸນລົ້ນ ສຸວັນນະສານ ທີ່ປຶກສາວຽກງານຄວບຄຸມຢາສູບ, ທ່ານ ບຸນຫາບ ສຸລິໂຍຮອງຫົວໜ້າກົມສື່ມວນຊົນ, ພ້ອມດ້ວຍສື່ມວນຊົນຫຼາຍພາກສ່ວນເຂົ້າຮ່ວມ.

  ຈຸດປະສົງໃນການຈັດສໍາມະນາຄັ້ງນີ້ເພື່ອສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ສື່ມວນຊົນກ່ຽວກັບຄວາມສຳຄັນຂອງກອງທຶນຄວບຄຸມຢາສູບຢູ່ໃນລາວແລະ ສະໜັບສະໜູນໃຫ້ສື່ມວນຊົນເຜີຍແຜ່ກອງທຶນດັ່ງກ່າວໃຫ້ປາກົດຜົນເປັນຈິງໃນການປຸກລະດົມໂຄສະນາຄວາມຮູ້ກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ,ໂດຍສະເພາະແມ່ນໃຫ້ເດັກນ້ອຍ ແລະ ໄວໜຸ່ມ ເຂົ້າໃຈເຖິງຄວາມອັນຕະລາຍຂອງພະຍາດທີ່ເກີດຈາກການສູບຢາ.

  ໃນໄລຍະຜ່ານມາເຫັນວ່າງົບປະມານທີ່ສະໜັບສະໜູນວຽກງານຄວບຄຸມຢາສູບແມ່ນມີຈຳກັດ ແລະສ່ວນຫຼາຍເປັນການສະໜັບສະໜູນຈາກສາກົນ ເຮັດໃຫ້ການປຸກລະດົມສ່ວນຫຼາຍແມ່ນສຸມໃສ່ແຕ່ໃນຕົວເມືອງໃນຂະນະທີ່ການສູບຢາແມ່ນສູງຫຼາຍຢູ່ເຂດຊົນນະບົດຫ່າງໄກສອກຫຼີກ.ເຊິ່ງຜົນການສຳຫຼວດຂອງການສູບຢາໃນປີ 2015 ພົບວ່າຄົນລາວສູບຢາໃນອັດຕາທີ່ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ