ເກີດ​ນ້ຳ​ຖ້ວມ​ຢູ່​ນະຄອນຫຼວງ​ຈາ​ກາ​ຕາ​​ອິນ​ໂດ​ເນ​ເຊຍ​ຍ້ອນ​ຝົນຕົກ​ແຮງ
2016-08-22 16:48:38  cri 


ວັນ​ທີ 20 ສິງຫາ​ນີ້, ຫຼັງ​ຈາກ​​ເກີດ​ຝົນຕົກ​​ແຮງ​ຢູ່​ນະຄອນ​ຫຼວງຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ສົ່ງ​ຜົນ​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ ​ໂດຍ​ສະ​ເພາະ​ຖະໜົນຫົນທາງ​ເຊິ່ງສະພາບ​ດັ່ງກ່າວ​ເຮັດ​ໃຫ້ການ​ເດີນທາງ​ຂອງ​ປະຊາຊົນປະສົບ​ຄວາມ​ຫຍຸ້ງຍາກ.


ທັງ​ນີ້​ເມື່ອ​ເດືອນ​ກຸມພາ​ປີ 2015, ນະຄອນຫຼວງ​ຈາ​ກາ​ຕາກໍ​ປະສົບ​ບັນຫານ້ຳ​ອັ່ງຢ່າງ​ໜັກໜ່ວງ​ທີ່​ສຸດ ​ເຊິ່ງ​ເລິກ​ປະມານ 1 ​ແມັດ ຫຼັງ​ເກີດ​ຝົນຕົກ​ແຮງເຊິ່ງ​ໄດ້​ກະທົບ​ຕໍ່ຄົມມະນາຄົມ​ແລະ​ການ​ຄ້າ​ຂາຍ​ຢ່າງ​ໜັກໜ່ວງ. ​ເຈົ້າ​ໜ້າ​ທີ່ຄຸ້ມ​ຄອງ​ສຸກ​ເສີນ​ໄພພິບັດ​ທ້ອງ​ຖິ່ນ​ລາຍ​ງານວ່າ: ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ປະຊາຊົນ​ປະມານ 6.000 ຄົນຂາດບ່ອນ​​ເພິ່ງ​ພາ​ອາ​ໄສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ