ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ຈະເຂົ້າ​ຮ່ວມກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດຈີນ-ຍີ່ປຸ່ນ-ສ.​ເກົາຫຼີ
2016-08-22 16:51:22  cri 
  ຕາມ​ຂ່າວ CRI: ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການຕ່າງປະ​ເທດ​ຈີນ​​ໄດ້​ຖະ​ແຫຼ​ງ ຂ່າວ​ໃນ​ວັນ​ທີ 22 ສິງຫາ​ນີ້​ວ່າ, ພາຍຫຼັງ​ 3 ປະ​ເທດ​ຄືຈີນ, ຍີ່ປຸ່ນ​ແລະ ສ.​ເກົາຫຼີ​ໄດ້​ພິຈາລະນາ​ແລ້ວ​ກໍ​ໄດ້ຕົກລົງ​ຈັດກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດຄັ້ງ​ທີ 8 ຢູ່​ນະຄອນຫຼວງ​ໂຕ​ກຽວ​ປະ​ເທດ​ຍີ່ປຸ່ນ​ໃນ​ວັນ​ທີ 24 ສິງຫາ​ນີ້​ໂດຍ​ທ່ານ ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ຕາມ​ຄຳ​ເຊີນ.

  ທ່ານ ລູ້​ຄ່າງ ຍົກ​ໃຫ້​ເຫັນ​ວ່າ, ​​ໃນ​ກອງ​ປະຊຸມດັ່ງກ່າວ, ລັດຖະມົນຕີຕ່າງປະ​ເທດຂອງ 3 ​ປະ​ເທດ​ຈະທົບ​ທວນ​ສະພາບ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ທັງ​ຈະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ​ກໍ​ຄື​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສົນ​ໃຈ​ຮ່ວມກັນ. ​ແນວ​ໃດ​ກໍ​ດີ, ຈີນຫວັງ​ກອງ​ປະຊຸມ​ເທື່ອ​ນີ້​ຈະ​ຮັກສາ​ທ່ວງທ່າ​ການ​ພັດທະນາ​ລະຫວ່າງ 3 ປະ​ເທດ​ ທັງຊຸກຍູ້ຂະ​ບວນການ​ເຊື່ອມ​ໂຍງ​ກັນ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ພະຍາຍາມ​ບັນລຸ​ເປົ້າ​ໝາຍ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ໃນ​ປີ 2020 ​ໃຫ້​ປະສົບຜົນສຳ​ເລັດ​​ເພື່ອ​ປະກອບສ່ວນ​​​ເຂົ້າ​ໃນ​ສັນຕິພາບ​ແລະການ​ພັດທະນາກໍ​ຄືຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້​ໃຫ້ໃຫຍ່​ຫຼວງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ