ຈີນ​ຍິນ​ດີ​ໃຫ້​ປະ​ເທດ​ຕ່າງໆ​ພັດທະນາ​ການ​ພົວພັນ​ຢ່າງສ້າງສັນ
2016-08-23 10:48:14  cri 

​ແຫຼ່ງຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໃຫ້​ຮູ້ວ່າ ມີ​ນັກ​ຂ່າວ​ຕັ້ງຄຳຖາມ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ສິງຫາ​ນີ້ ​ວ່າ: ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຈະ​ເດີນທາງ​ຢ້ຽມຢາມ​ລາວ​ໃນ​ເດືອນ​ກັນຍາ​ໜ້ານີ້, ​ຂະນະ​ດຽວ​ກັນ​ກໍ​ມີ​ນັກ​ວິຈານບາງ​ຄົນ​ເຫັນ​ວ່າ, ອາ​ເມ​ລິ​ກາ​ຫວັງຜົນ​ຕໍ່​ການ​ຢ້ຽມຢາມ​ເທື່ອ​ນີ້​ເພື່ອ​ຫຼຸດ​ບົດບາດ​ຂອງ​ຈີນ​ຕໍ່​ລາວ. ຈີນມີຈຸດ​ຢືນ​ແນວ​ໃດ​ຕໍ່​ເລື່ອງ​ນີ້? ນອກ​ນີ້, ຈີນ​ເຫັນ​ວ່າ ອາ​ເມ​ລິ​ກາ​ພັດທະນາ​ການ​ພົວພັນ​ກັບ​ລາວ, ຫວຽດນາມ ​ແລະ ມຽນມາ​ໃນ​ໄລຍະ​ຜ່ານ​ມາ​ນີ້​ເພື່ອສະກັດ​ກັ້ນບົດບາດ​ຂອງ​ຈີ​ນທີ່​ມີ​ຕໍ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຫຼືບໍ່?

ຕໍ່​ກັບ​ຄຳ​ຖາມ​ດັ່ງກ່າວ, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຂ້າພະ​ເຈົ້າບໍ່​ຮູ້​ວ່າ​ນັກ​ວິຈານບາງ​ຄົນທີ່​​ເຈົ້າ​ເວົ້າມານັ້ນໝາຍ​ເຖິງ​ໃຜ. ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ທ່ານ​ປະທານາທິບໍດີ​ໂອ​ບາ​ມາ​ຈະ​ເດີນທາງ​ຢ້ຽມຢາມ​ຈີນ​ແລະ​ລາວ​ແລ້ວ, ​ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ເຫັນ​ເນື້ອ​ໃນ​ວິຈານ​ທີ່​ເຈົ້າ​ເວົ້າມານັ້ນ​ໃນຖະ​ແຫຼງຂ່າວ​ຂອງ​ທຳ​ນຽບຂາວ​ອາ​ເມ​ລິ​ກາ. ສຳລັບ​ຈີນ​ແລ້ວ, ພວກ​ຂ້າພະ​ເຈົ້າຍິນ​ດີພັດທະນາ​ການ​ພົວພັນ​ຢ່າງ​ສ້າງສັນ ບໍ່​ວ່າ​ປະ​ເທດ​ໃດໆ ທັງ​ໃນ​ພາກ​ພື້ນ​ນີ້ ​ແລະ ນອກ​ພາກ​ພື້ນ​ ຂໍ​ພຽງ​ແຕ່​ວ່າການ​ພົວພັນ​ແບບ​ນີ້​ມີ​ຜົນ​ດີ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້ຢ່າງ​ແທ້​ຈິງ. ​ແນ່ນອນ, ອາດ​ຈະ​ມີ​ບາງ​ຄົນ​ຫວັງ​ຈະ​​ເຫັນການ​ເກີດ​​ບາງເຫດການທີ່​ຝຶນກັບ​ຄວາມ​ປາຖະໜາ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ ​ແລະ​ຄວາມ​ຄິດ​ຂອງ​ເຂົາ​ແມ່ນ​ຝືນ​ກັບ​ຄວາມ​ປາຖະໜາ​ຮ່ວມ​ທີ່​ສະ​ແຫວ​ງຫາ​ສັນຕິພາບ ​ແລະ ການ​ພັດທະນາຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ