ບັນດາປະ​ເທດ​ໃນ​ໂລກ​​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ​ຕໍ່​ສະພາບ​ເສດຖະກິດ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ຈີນ
2016-08-23 19:50:55  cri 
ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ສິງຫາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ການ​ລາຍ​ງານ​ໃຫ້​ຮູ້​ວ່າ: ທ່ານ ຊາ​ລິ​ສ ​ໂຄ​ລິນ​ສ໌ ອະດີດຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ກ່າວ​ໃນ​​ໂອກາດໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ເສດຖະກິດ​ຈີນ​ຫວ່າງ​ມໍ່​ໆ​ມາ​ນີ້​ໂດຍ​ກ່າວ​ວ່າ: ຕົນ​ຍຶດໝັ້ນ​ທ່ວງທ່າ​ທີ່​ດີ​ແລະສຸຂຸມ​ຮອບ​ຄອບ​ຕໍ່​ເສດຖະກິດ​ຈີນ ຫຼັງເຫັນ​ວ່າ​ໃນ 10 ຫາ 20 ປີ​ຕໍ່ໜ້າ, ​ເສດຖະກິ​ດຈີນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​​​ແຂງ​ແຮງ. ຈີນ​ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​​ເລື່ອງ​ນີ້ວ່າ: ໄດ້​ເຫັນ​ການ​ລາຍ​ງານ​ຂ່າວທີ່​ກ່ຽວຂ້ອງ ​ແລະ ກໍ​ໄດ້​ສັງ​ເກດ​ການ​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​ຈາກບັນດາປະ​ເທດໃນ​ໂລກ​ຕໍ່​ການ​ພັດທະນາ​ເສດຖະກິດ​ຈີນ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງສະ​ແດງ​​ໃຫ້​ເຫັນ​ວ່າ: ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ​ຕໍ່ສະພາບ​ເສດຖະກິດ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ຈີນ.

ທ່ານ ລູ້​ຄ່າງ​ ກ່າວ​ຕື່ມວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ກຸ່ມ 20 ປະ​ເທດ​ຫຼື G20​ ​ໃນ​ປີ​ນີ້, ຈີນ​ຫວັງ​ຈະສາມາດ​ຮ່ວມ​ມືກັບ​ຝ່າຍ​ຕ່າງໆ ສຸມ​ໃສ່​ບັນຫາ​ພົ້ນ​ເດັ່ນ​ທີ່ສຳຄັນ​ແລະ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ​ໂລກ, ຊຸກຍູ້​ກຸ່ມ G20​ ຂຸດ​ຄົ້ນ​ພະລັງ​ແຮງ​ໃໝ່​​ແຫ່ງ​ການ​ເຕີບ​ໂຕ​​ໂດຍ​ຜ່ານ​ການ​ປະດິດ​ສ້າງ​​ໃໝ່​ແລະ​ການ​ປະຕິ​ຮູ ກໍ​ຄືຊຸກຍູ້​ເສດຖະກິດ​ໂລກ​ໃຫ້​ເພີ່ມ​ຂຶ້ນ​ຢ່າງ​​ແຂງ​ແຮງ,​​ຍືນ​ຍົງ​ແລະ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ