ຈີນ​​ເຜີຍ​ແຜ່​ຮູບຍານ​ສຳ​ຫຼວດດາວ​ອັງຄານ​ເປັນ​ເທື່ອ​ທຳ​ອິດ
2016-08-24 16:53:18  cri 

ໃນພິທີ​ຖະ​ແຫຼ​ງຂ່າວກ່ຽວ​ກັບ​ກິດຈະກຳ​ຮັບ​ສະໝັກ​ການ​ຕັ້ງ​ຊື່​ແລະ​ອອກ​ແບບ​ເຄື່ອງໝາຍ​ຮູບ​ພາບ​ຂອງ​ໂຄງການ​ສຳ​ຫຼວດດາວ​ອັງຄານ​ຈີນທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນວັນ​ທີ 23 ສິງຫາ​ນີ້ ​ໄດ້​ເຜີຍ​ແຜ່ຮູບ​ຍານ​ສຳ​ຫຼວດດາວ​ອັງຄານ​ແລະ​ລົດ​ດາວ​ອັງຄານໜ່ວຍ​ທຳ​ອິດ​ຂອງ​ປະ​ເທດ​ຕົນ​ເປັນ​ເທື່ອ​ທຳ​ອິດ. ຕາມ​ແຜນການ​ແລ້ວ, ຈີນ​ຈະ​ປະຕິບັດ​ໜ້າ​ທີ່​ສຳ​ຫຼວດດາວ​ອັງຄານ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2020​ເພື່ອ​ບັນລຸ​ເປົ້າ​ໝາຍ "ບິນ​ອ້ອມ, ລົງ​ຈອດ​ແລະ​ລາດຕະ​ເວນ​ສຳ​ຫຼວດ"ດາວ​ອັງຄານ​ບາດ​ດຽວ.

​ຂ່າວ​​ແຈ້ງວ່າ: ປັດຈຸບັນ, ​ໂຄງການ​ສຳ​ຫຼວດດາວ​ອັງຄານ​ດັ່ງກ່າວ​ກຳລັງ​ມີ​ຄວາມ​ຄືບໜ້າ​ໄປ​ດ້ວຍ​ດີ, ການ​ບຸກທະລຸ​ດ້ານ​ເຕັກນິກ​ກໍ​ໄດ້​ສຳ​ເລັດຮຽບຮ້ອຍ​ແລ້ວ ​ແລະກຳລັງ​ຜະລິດ​ສາຂາ​ລະບົບຕ່າງໆ​.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ