ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ຄັ້ງທີ 8 ຈັດ​ຂຶ້ນຢູ່​ຍີ່ປຸ່ນ
2016-08-24 16:35:32  cri 

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ຟູ​ມີ​ໂອ ກີ​ຊີ​ດະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ແລະ ທ່ານ​ຢຸນບິງ​ເຊ ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ສາມ​ປະ​ເທດ​ໃນ​ວັນ​ທີ 24 ສິງຫາ​ນີ້.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ແມ່ນ 3 ​ກຸ່ມ​ເສດຖະກິດ​ໃຫຍ່ຢູ່​ອາຊີ​ຕາ​ເວັນ​ອອກ ຈຶ່ງ​ມີ​ຄວາມ​ຮັບຜິດ​ຊອບ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ, ນຳພາ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ທັງສາມ​ປະ​ເທດ​ຄວນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ກຳຈັດ​ສິ່ງ​ກໍ່ກວນ, ສ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ ​ແລະ ສຸມ​ໃສ່​ການ​ຮ່ວມ​ມື ດ້ວຍ​ຈິດ​ໃຈ​ທີ່ "ປະ​ເຊີນ​ກັບ​ປະຫວັດສາດ​ຢ່າງ​ຖືກຕ້ອງ, ຫັນ​ໜ້າ​ສູ່​ອະນາຄົດ" ​ເພື່ອ​ຮັບປະກັນ​ໃຫ້​ການ​ຮ່ວມ​ມື​ລະຫວ່າງສາມ​ປະ​ເທດ​ພັດທະນາ​ໄປ​ຕາມທິດທາງ​ທີ່​ຖືກຕ້ອງ​ຢ່າງ​ໝັ້ນທ່ຽງ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມ​ວ່າ: ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ ຫຼື G20 ຢູ່​ເມືອງ​ຫັງ​ໂຈ່​ວ. ຂະນະ​ທີ່​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ລ້ວ​ນ​ແຕ່​ແມ່ນ​ສະມາຊິກ​ສຳຄັນ​ຂອງ G20, ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ຊຸກຍູ້​​ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້​​ໃຫ້ເປັນ​ກອງ​ປະຊຸມ​ທີ່​ເສີມ​ສ້າງ​ຄວາມ​ໝັ້ນ​ໃຈ, ​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ ​ແລະ ຊີ້​​ທິດ​ເຍືອງ​ທາງ, ​ປະກອບສ່ວນຕາມ​ທາງ​ສົມ​ຄວນເພື່ອຊຸກຍູ້​ໃຫ້​ເສດຖະກິດ​ໂລກ​​ພັດທະນາ ​ແລະ ປັບປຸງ​ການ​ຄຸ້ມຄອງ​ເສດຖະກິດ​ໂລກ​ໃຫ້​ດີ​ຂຶ້ນ.

ທ່ານ ຫວາ​ງຢີ້ ກ່າວ​ວ່າ: ​ເມື່ອ​ທຽບ​​ໃສ່ເຂດ​ອື່ນ​ຢູ່​ໃນ​ໂລກ​ແລ້ວ, ສະຖານະ​ການ​ຢູ່​ອາຊີ​ຕາ​ເວັນ​ອອກ​ມີສັນ​ຕິ​ພາບ​ໂດຍ​ລວມ, ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ. ປະ​ເທດ​ອາຊີ​ຕ​າ​ເວັນ​ອອກ​ຄວນ​ຊຸກຍູ້​ຂະ​ບວນການ​​ເຊື່ອມ​ໂຍງ​ເຂົ້າກັນ​, ປົກ​ປັກ​ຮັກສາສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແລະ​ການ​ພັດທະນາ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ທ່ານ ຟູ​ມີ​ໂອ ກີ​ຊີ​ດະ ​ແລະ ທ່ານ ຢຸນບຶງ​ເຊ ກ່າວ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ມີ​ຜົນ​ດີ​ຕໍ່​ການ​ບັນລຸ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນນີ້​ທັງມີ​ຄວາມ​ໝາຍ​ສຳຄັນ​ແລະ​ໃຫຍ່​ຫຼວງ. ​ໃນ​ຕໍ່ໜ້າ, ສາມ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ ​ເພື່ອ​ເຮັດ​​ໃຫ້​ ​ສາຍ​ພົວພັນ​ລະຫວ່າ​ງສອງ​ຝ່າຍ​​ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂຶ້ນ. ຄວນ​ເລັ່ງລັດ​ຂະ​ບວນການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີລະຫວ່າງ​ສາມປະ​ເທດ, ຊຸກຍູ້​ການ​ເຈລະ​ຈາກ່ຽວ​ກັບ​ສັນຍາ​ກາ​ນພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ໃຫ້​ປະສົບ​ຜົນສຳ​ເລັດຕາມ​ກຳນົດເວລາ​. ຍີ່ປຸ່ນ​ ແລະ ສ.​ເກົາຫຼີ ສະໜັບສະໜູນ​ຈີນ​ໃນ​ການຈັດ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວກຸ່ມ 20 ປະ​ເທດ​ຫຼື G20​ ໃຫ້​ດີ, ຍິນ​ດີ​ຮ່ວມ​ກັນຊຸກຍູ້​ກອງ​ປະຊຸມ​​ໃຫ້​ໄດ້​ຮັບ​ໝາກຜົນຢ່າງ​ໃຫຍ່​ຫຼວງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ